ກອງປະຊຸມທາງໄກຂອງລັດຖະບານກັບທ້ອງຖິ່ນປະຈຳເດືອນມີນາ

(VOVWORLD) - ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໃນເດືອນ ມີນາ ແລະ ໄຕມາດທີ 1 ຂອງປີນີ້, ສະພາບການເສດຖະກິດ, ສັງຄົມສືບຕໍ່ບັນລຸໄດ້ໝາກຜົນຕັ້ງໜ້າ, ເປັນໜ້າຊື່ນຊົມ. ເສດຖະກິດມະຫາພາກເປັນປົກກະຕິໂດຍພື້ນຖານ
ກອງປະຊຸມທາງໄກຂອງລັດຖະບານກັບທ້ອງຖິ່ນປະຈຳເດືອນມີນາ - ảnh 1ກອງປະຊຸມທາງໄກຂອງລັດຖະບານກັບທ້ອງຖິ່ນປະຈຳເດືອນເມສາ
(ພາບ:VOV)

ຕອນເຊົ້າວັນທີ 3 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກຂອງລັດຖະບານກັບທ້ອງຖິ່ນປະຈຳເດືອນ ມີນາ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໃນເດືອນ ມີນາ ແລະ ໄຕມາດທີ 1 ຂອງປີນີ້, ສະພາບການເສດຖະກິດ, ສັງຄົມສືບຕໍ່ບັນລຸໄດ້ໝາກຜົນຕັ້ງໜ້າ, ເປັນໜ້າຊື່ນຊົມ. ເສດຖະກິດມະຫາພາກເປັນປົກກະຕິໂດຍພື້ນຖານ, ບັນດາການດຸ່ນດ່ຽງໃຫຍ່ໄດ້ຮັບການຮັບປະກັນ, ແຜນລາຍຮັບງົບປະມານຂອງລັດບັນລຸ 30,3%, ເພີ່ມຂຶ້ນ 1,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ການສົ່ງອອກເກີນດຸນແມ່ນ 4,07 ຕື້ USD. ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການທ່ອງທ່ຽວຟື້ນຟູຢ່າງວ່ອງໄວ. ການປະຕິຮູບການບໍລິຫານ, ຫັນເປັນດີຈີຕອນແຫ່ງຊາດໄດ້ຮັບການຍູ້ແຮງ, ພິເສດແມ່ນບັນດາຖານຂໍ້ມູນແຫ່ງຊາດ. ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັບປະກັນ; ອະທິປະໄຕແຫ່ງຊາດໄດ້ຮັບການຮັກສາຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ