ກອງປະຊຸມບັນດາມາດຕະການ ຮັບມືກັບພະຍາດຕິດແປດຢູ່ອາຊີ

ກອງປະຊຸມບັນດາມາດຕະການ ຮັບມືກັບພະຍາດຕິດແປດຢູ່ອາຊີ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 8 ກ່ຽວ​ກັບ​ມາດ​ຕະການ​ຮັບ​ມື​ກັບບັນດາ​ພະຍາດ​ຕິດ​ແປດ​ຢູ່​ອາຊີ
(ພາບ: moh.gov.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 30/10, ຢູ່​ຮ່າ​ໂນ້ຍ, ຫວຽດນາມ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 8 ກ່ຽວ​ກັບ​ມາດ​ຕະການ​ຮັບ​ມື​ກັບບັນດາ​ພະຍາດ​ຕິດ​ແປດ​ຢູ່​ອາຊີ. ກອງ​ປະຊຸມ​ແມ່ນ​ຂໍ້​ລິ​ເລີມ​ຂອງ​ເຄື​ອຂ່າຍບັນ​ດາ​ນະຄອນ​ໃຫຍ່​ອາຊີ ​ເພື່ອ​ແນ​ໃສ່​ເພີ​່ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາ​ທາລະນະ​ສຸກທົ່ວ​ໄປເພື່ອ​ຄວບ​ຄຸມ ​ແລະ ປ້ອງ​ກັນ, ຕ້ານ​ບັນດາ​ພະຍາດ​ຕິດ​ແປດ​ຢູ່​ພາກ​ພື້ນ​ຢ່າງ​ມີ​ປະສິດ​ທິຜົນ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ຊ່ຽວຊານ​ຂອງ​ກະຊວງ​ສາທາລະນະ​ສຸກ, ພະ​ແນ​ກສາ​ທາລະນະສຸກຮ່າ​ໂນ້ຍ ​ແລະ 12 ນະຄອນ​ໃຫຍ່​ອື່ນໆຂອງ​ອາຊີ ​ໄດ້​ພ້ອມ​ກັນ​ແບ່ງປັນ​ບົດ​ຮຽນ​ກ່ຽວ​ກັບ​ມາດ​ຕະການ​ປ້ອງ​ກັນ, ຕ້ານພະຍາດ​ຕິດ​ແປດທີ່​ເປັນອັນຕະລາຍຄື​ໂລກໄຂ້ຫວັດ A/H5N1, ວັນນະ​ໂລກ ​ແລະ ບັນດາ​ພະຍາດ​ເຂດ​ຮ້ອນ. ທ່ານ Nguyen Thanh Long, ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “​ໃນ​ທົດ​ສະ​ວັດ​ມໍ່ໆ​ມາ​ນີ້ ຢູ່​ບັນດາ​ນະຄອນ​ໃຫຍ່​ຂອງ​ອາຊີ ພວມ​ປະ​ເຊີນ​ໜ້າ​ກັບ​​ໂລກລະບາດ​ໃໝ່​ແມ່ນ​ຕີນ, ມື, ປາກ​ເປືອຍ ​ແລະ ​ເຮັດ​ໃຫ້​ເດັກນ້ອຍ​ນັບ 100 ຄົນ​ເສຍ​ຊີວິດ. ​ແລະ ບາງ​ພະຍາດ​ອື່ນ​ເກີດ​ຂຶ້ນ​ຢ່າງ​ລຽນຕິດ​ຄື; ​ໂລກໄຂ້ຫວັດ A/H5N1 ​ແລະ ພວມ​ປະ​ເຊີນ​ໜ້າ​ກັບ​ເຊື້ອ​ໄວ​ຮັດໃໝ່ (coronavirut). ການ​ແຜ່​ລະບາດ​ຢ່າງ​ກວ້າງຂວາງ​ຂອງ​​ໂລກພະຍາດ​ໃນ​ທົ່ວ​ໂລກ ອີກ​ຄັ້ງ​ໜຶ່ງ​ໄດ້​ກາຍ​ເປັນ​ເນື້ອ​ໃນ​ສຳຄັນ, ຕັກ​ເຕື່ອນ​ໃຫ້ບັນດາປະ​ເທດ​ສະມາຊິກ​ຕ້ອງ​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ ​ແລກປ່ຽນຂໍ້​ມູນ​ຂ່າວສານເປັນ​ປະຈຳຫຼາຍກວ່າ​ອີກ ​ເພື່ອ​ຄວບ​ຄຸມພະ​ຍາດ​ສຳ​ເລັດຜົນ”.

ຂ່າວ/ບົດ​ອື່ນ