ກອງປະຊຸມປາຣີ - ຈຸດເວລາແຫ່ງ ປະຫວັດສາດຊຶ່ງ ບໍ່ອາດຫຼົງລືມໄດ້

ກອງປະຊຸມປາຣີ - ຈຸດເວລາແຫ່ງ ປະຫວັດສາດຊຶ່ງ ບໍ່ອາດຫຼົງລືມໄດ້ - ảnh 1
ທ່ານ​ນາງ​ຫງວຽນ​ທິບີ​ງ(ຜູ້ນັ່ງ​ຢູ່​ເຄິ່ງກາງ)
ພວມ​ລົງ​ລາ​ຍເຊັນ​ໃນ​ສັນ​ຍາ​ປາຣີ

Vovworld- ກ່ອນ​ນີ້ 40 ປີ​ເຕັມ, ຂະນະ​ທີ່ສັນຍາ​ປາຣີ​ໄດ້​ຮັບ​ການ​ລົງ​ນາມ​ຢູ່​ໃນ​ຕຶກ​ອາຄານ​ສູນ​ກອງ​ປະຊຸມ​ສາກົນ Kléber ທີ່​ນະຄອນຫຼວງ​ປາຣີນັ້ນ, ຢູ່​ນອກ​ຕຶກ​ອາຄານ, ພ້ອມ​ກັບ​ຊາວ​ຝະລັ່ງ, ​ເພື່ອນ​ມິດປະ​ເທດ​ຕ່າງໆ​ທີ່​ສະໜັບສະໜູນ​ຫວຽດນາມຫຼາຍ​ຄົນ​ນັ້ນ, ພໍ່​ແມ່​ພີ​ນ້ອງຊາວ​ຫວຽດນາມ​ອາ​ໄສ​ຢູ່ຝະລັ່ງ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ກໍ​ໄດ້​ພາກັນ​ຫຼັ່ງ​ໄຫຼ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ທາງ​ຫຼວງ Kléber ​ເພື່ອ​ຂ່ຳນັບ​ຊົມ​ເຊີຍ​ໄຊຊະນະ. ​ໃນ​ຈຸດ​ເວລາ​ແຫ່ງ​ປະຫວັດສາດ​ນັ້ນ, ບັນຍາກາດ​ຄວາມ​ເບີກບານ​ມ່ວນ​ຊື່ນ​ແມ່ນ​ຍາກ​ທີ່​ຈະ​ພັນ​ລະນາ​ໄດ້. ຄວາມ​ຊົງ​ຈຳ​ດັ່ງກ່າວ ກໍ​ບໍ່​ມີ​ວັນ​ທີ່​ຈະ​ຈ່າງ​ຫາຍ​ໄປ​ໃນ​ຈິດ​ໃຈ​ຂອງ ພໍ່​ແມ່​ພີ​ນ້ອງຊາວ​ຫວຽດນາມຜູ້​ທີ່​ມີໜ້າ ​ແລະ ​ເຊີດ​ຊູ​ຄັນ​ທຸງ​ຂອງ​ຊາດ​ບົນ​ສະໜາມ​ຫຼວງ Kléber ​ໃນ​ຄາວ​ນັ້ນ.

  ທ່ານ​ນາງ Thé rè se ຫງວຽນ​ວັນ​ກີ້ ປະທານ​ສະມາຄົມ ຊາວ​ຫວຽດນາມ​ອາ​ໄສ​ຢູ່ຝະລັ່ງ, ຜູ້​ຮັບຜິດຊອບ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ໃຫ້​ແກ່​ຄະນະ​ນັກ​ເຈລະຈາ​ໃນ​ໄລຍະ​ດຳ​ເນີນ​ການ​ເຈລະຈາ​ ເປີດ​ເຜີຍ​ວ່າ 

   “ ບໍ່​ມີ​ຄຳ​ປະ​ໂຫຍ​ກ​ໃດໆ​ທີ່​ສາມາດ​ພັນ​ລະນາ​ຈົນ​ສຸດ​ກ່ຽວ​ກັບຄວາມຕື້ນ​ຕັນ​ໃຈ, ຄວາມ​ເບີກບານມ່ວນ​ຊື່ນ​ໃນ​ໄລຍະ​ເວລາ​ນັ້ນ. ​ໃນ​ເບື້ອງ​ຕົ້ນ, ຂ້າພະ​ເຈົ້າ​ກໍ​ບໍ່​ເຂົ້າ​ໃຈ​ສະພາບ​ການ​ຕົວ​ຈິງ​ແມ່ນ​ຄື​ແນ​ວ​ໃດ, ​ແລ້ວ​ກໍ​ໄດ້​ຍິນ​ຢູ່​ຫວຽດນາມ​ພວກ​ເຮົາ, ສາມາດ​ຍາດ​ໄດ້​ຈາກໄຊຊະນະ​ນີ້​ໄປສູ່​ໄຊຊະນະ​ອື່ນ, ຂ້າພະ​ເຈົ້າ​ດີ​ໃຈ​ທີ່​ສຸດ. ຮອດ​ວັນສັນຍາ​ປາຣີ​ໄດ້​ຮັບ​ການ​ລົງ​ນາມ, ຂ້າພະ​ເຈົ້າ​ກໍ​ບໍ່​ຮູ້ຈັກ​ຈະ​ເວົ້າ​ຄື​ແນວ​ໃດ​ເພື່ອ​ພັນ​ລະນາ​ເຖິງ​ຄວາມ​ຮູ້​ສຶກຂອງ​ຕົນ​ໃນ​ຈຸດ​ເວລາ​ນັ້ນ ”

   ສ່ວນ​ປ້າ ​ໂງ​ເລ​ທູ ຊາວ​ຫວຽດນາມ​ຜູ້​ໜຶ່ງ​ທີ່​ມີ​ຄວາມ​ຜູກ​ພັນ​ກັບ 2 ຄະນະ​ນັກ​ເຈລະຈາ​ຫວຽດນາມ​ໄດ້​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ເມື່ອ​ຫວນ​ຄືນ ຈຸດ​ເວລາ​ແຫ່ງ​ປະຫວັດສາດຄາວນັ້ນວ່າ :

    “ ຄວາມ​ຮູ້ສຶກ​ທຳ​ອິດ​ຂອງ​ເຮົາ​ແມ່ນ​ພາກພູມ​ໃຈ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດ. ຂ້າພະ​ເຈົ້າ​ເຄີຍ​ດຳລົງ​ຊີວິດ​ໃນ​ສະ​ໄໝ​ຫວຽດນາມ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ຝະລັ່ງ, ​ໄດ້​ຮູ້​ໄດ້​ເຫັນ​ຄວາມ​ລຳບາກ​ກາກ​ກຳ​ຂອງ​ຜູ້​ຖືກ​ກົດ​ຂີ່​ຂົ່ມ​ເຫງ. ປະຈຸ​ບັນ​ໄດ້​ເຫັນ​ປະ​ເທດ​ຫວຽດນາມ​ພັດທະນາ​ດີ​ຂຶ້ນ, ຊາວ​ຫວຽດນາມ​ກໍ​ຍ້ອນ​ມີ​ກອງ​ປະຊຸມ​ປາຣີນັ້ນ, ​ໄດ້​ມີເສລີພາບ ”

     ລຸງ ດວານ​ຮິ້ວຈຸ​ງ ຊາວ​ຫວຽດນາມ​ຜູ້​ໜຶ່ງອາ​ໄສ​ຢູ່ຝະລັ່ງ ​ທີ່​ມີ​ຄວາມ​ຜູກ​ພັນ​ກັບ  ຄະນະ​ນັກ​ເຈລະຈາ​ພາກ​ໃຕ້ຫວຽດນາມຢູ່​ປາຣີ ຍັງ​ໄດ້​ແຕ່ງບົດ​ກາບກອນ​ເພື່ອ​ສະ​ແດງ​ຄວາມ​​ຄວາມ​ຕື້ນ​ຕັນ​ໃຈ, ຄວາມ​ເບີກບານ​ໃຈ​ຂອງ​ຕົນ​ວ່າ :

      “ ບົດກາບກອນ​ມີ​ຄວາມ​ໝາຍວ່າ : ຂ່າວ​ດີ​ຂ່າວ​ມ່ວນ​ມາ​ຮອດ​ແລ້ວ, ​ເຮັດ​ໃຫ້​ຫົວ​ໃຈ​ເຮົາ​ສັ່ນ​ສະ​ເທື່ອ​ນ, ​ເຖິງ​ວ່າ​ພວມ​ຢູ່​​ແດນ​ໄກ, ຈິດ​ໃຈ​ເຮົາ​ປຽບ​ເໝືອນຢູ່​ໃນ​ບ້ານ​ເກີດ, ທຸງ​ແດງ​ດາວ​ຄຳ​ເຕັມທ້ອງ​​ຖະໜົນ​​ປາຣີ, ສຽງ​ຊົມ​ເຊີຍ​ຫວຽດນາມ​ພ້ອມ​ກັນ​ດັງ​ຂຶ້ນ, ຊົມ​ເຊີຍ​ຫວຽດນາມ, ຊົມ​ເຊີຍ​ພວກ​ສະຫາຍ​ສຳ​ເລັດ​ຜົນ, ຫວຽດນາມ​ເອກະລາດ​ໝັ້ນຍືນ ” .
ຂ່າວ/ບົດ​ອື່ນ