ກອງ​ປະຊຸມ​ຜັນຂະຫຍາຍການ​ຕຳ​ນິຕິ​ຊົມ ຂັ້ນ​ແຂວງ​ນະຄອນຕາມ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4

ກອງ​ປະຊຸມ​ຜັນຂະຫຍາຍການ​ຕຳ​ນິຕິ​ຊົມ ຂັ້ນ​ແຂວງ​ນະຄອນຕາມ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 - ảnh 1

(ພາບ:pleiku.gialai.gov.vn)​

( vovworld ) – ວັນ​ທີ 13/8, ຢູ່​ຮ່າ​ໂນ້ຍ, ກົມ​ການ​ເມືອງ, ຄະນະ​ບໍລິຫານ​ງາ​ນສູນ ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ​ຜັນ​ຂະ​ຫຍາ​ຍການ​ປະຕິບັດ​ການ​ສຳ​ຫຼວດຕີລາຄາການຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕິ​ຊົມ​ກັນຢູ່​ຂັ້ນ​ແຂວງ, ນະຄອນ ​ແລະ ຂັ້ນ​ທຽບ​ເທົ່າ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“. ກອງ​ປະຊຸມ​ຄັ້ງນີ້​ສຸມ​ໃສ່ 3 ບັນຫາ​ຈຸດ​ສຸມ​ຄື: ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ, ການ​ປະຕິບັດ​ຂໍ້​ກຳນົດກ່ຽວ​ກັບ​ສິ່ງ​ທີ່​ສະມາຊິກ​ພັກ​ບໍ່​ໄດ້​ປະຕິບັດ, ບັນດາ​ຂໍ້​ຈຳກັດ, ຄວາມ​ອ່ອນ​ດ້ອຍ​ໃນ​ວຽກ​ງານ​ພະນັກງານ….​ຮອງ​ສາດສະດາຈານ, ດຣ Ngo Huy Tiep ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ກໍ່ສ້າງ​ພັກ, ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ຖື​ວ່າ:

  “ບັນຫາ​ຕຳ​ນິຕິ​ຊົມຕົນ​​ເອງ ​ແລະ ຕິ​ຊົມ​ກັນໃນ​ພັກ​ອີງ​ຕາມ​ຈິດ​ໃຈ​ຕື່ນ​ຕົວ​ຂອງ​ສະມາຊິກ​ພັກ ​ແລະ ບັນດາ​ອົງການ​ຈັດຕັ້ງຂອງ​ພັກ​ໂດຍ​ພື້ນຖານ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕ້ອງ​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕິ​ຊົມ​ກັນພາຍ​ໃນ​ພັກ​ກັບ​ການ​ຕຳ​ນິຕິ​ຊົມ​ຂອງ​ມະຫາຊົນ​ນອກ​ພັກ, ກັບ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ຂອງ​ພັກ ​ແລະ ສົມທົບ​ກັບ​ກົດໝາຍ“

ທີ່​ກອງ​ປະຊຸມ, ທ່ານ Le Hong Anh ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ​ໄດ້​ຊີ້​ແຈງ​ບັນດາ​ເນື້ອໃນ​ ​ແລະ ວຽກ​ງານ​ໄດ້​ປະຕິບັດ​ໃນ​ວຽກ​ງານ​ກະກຽມ ​ແລະ ຈັດ​ຕັ້ງ​ການ​ສຳ​ຫລວດ​ຕີລາ​ຄາ​ການ​ຕຳນິຕິ​ຊົມ​ຕົນ​ເອງ ​ແລະ ຕຳນິຕິ​ຊົມໝູ່​ຄະນະ ​ແລະ ສ່ວນ​ບຸ​ກຄົນ​ໃນ​ກົມ​ການ​ເມືອງ, ຄະນະ​ເລຂາ. ໝູ່​ຄະນະ​ກົມ​ການ​ເມືອງ​ດຳ​ເນີນ​ການ​ສຳ​ຫລວດ​ຕີ​ລາຄາ​ໃນ​ເວລາ 4 ວັນ; ກົມ​ການ​ເມືອງ, ຄະນະ​ເລຂາ​ສຳ​ຫລວດ​ຕີ​ລາຄາ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕິ​ຊົມ​ກັນ​ໃນ​ເວລາ 12 ວັນ. ຜ່ານ​ການ​ສຳ​ຫລວດຕີ​ລາຄາ​ໄດ້​ຊີ້​ແຈງ​ດ້ານ​ດີ, ດ້ານ​ອ່ອນ ​ແລະ ຂໍ້​ຈຳກັດ​ຂອງ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ Nguyen Phu Trong ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ:

“ນີ້​ແມ່ນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ສຳຄັນ​ພິ​ເສດ​ໃນ​ພັກ​ເພື່ອ​ປະຕິບັດ​​ເນື້ອ​ໃນ​ຫນຶ່ງ, ໝວດ​ບັນຫາ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ. ​ເນື້ອ​ໃນ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ 3 ບັນຫາ​ຮີບ​ດ່ວນ​ຫາກ​ບໍ່​ແມ່ນ​ການ​ສຳ​ຫລວດ​ຕີ​ລາຄາ​ວຽກ​ງານ.”

ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ຢືນຢັນ​ວ່າ, ການ​ປະຕິບັດ​ການ​ສຳ​ຫຼວດຕີລາຄາຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕິ​ຊົມ​ກັນ​ແມ່ນ​ບາດກ້າວ​ເລີ່​ມຕົ້ນ, ພວກ​ເຮົາ​ທັງ​ເຮັດ ​ແລະ ທັງ​ຖອດ​ຖອນ​ບົດຮຽນ. ພາຍຫຼັງ​ການ​ສຳ​ຫຼວດຕີລາຄາຈະ​ຕ້ອງ​ມີ​ຂໍ້​ສະຫລຸບ​ຢ່າງ​ຈະ​ແຈ້ງ​ດ້ວຍ​ລາຍ​ລັກ​ອັກສອນ​ສຳລັບ​ແຕ່​ລະ​ສ່ວນ​ບຸກຄົນ, ໝູ່​ຄະນະ. ພ້ອມ​ກັນນັ້ນ​ຕ້ອງ​ຮັບປະກັນ​ການ​ຊີ້​ນຳ​ນຳພາ​ການ​ປະຕິບັດ​ບັນດາ​ວຽກ​ງານ​ເປັນ​ປະຈຳ, ປະຕິບັດ​ໜ້າ​ທີ່​ການ​ເມືອງ​ເປັນ​ຢ່າງ​ດີ; ບໍ່​ໃຫ້​ບຸກ​ຄົນ​ບໍ່​ດີ, ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ສວຍ​ໂອກາດ​ກໍ່​ຄວາມ​ແບ່ງ​ແຍກ, ຂາດ​ຄວາມສາມັກຄີພາຍ​ໃນ​ພັກ:

  “ພວກ​ເຮົາ​ພວມ​ປະຕິບັດ​ບັນດາ​ວຽກ​ງານ​ທີ່​ສັກກະລະ​ບູຊາ ​ແລະ ສຳຄັນ​ທີ່​ສຸດ. ພວກ​ເຮົາ​ມີ​ຄວາມ​ຮັບຜິດຊອບ​ອັນ​ໃຫ່ຍຫຼວງ​ຕໍ່​ປະ​ເທດ​ຊາດ  ​ແລະ ພັກ. ​ເວົ້າ​ໄດ້​ຕ້ອງ​ເຮັດ, ຕັດສິນ​ໃຈ​ເຮັດ​ໃຫ້​ໄດ້, ບໍ່​ເຮັດ​​ໄດ້ແມ່ນ​ມີ​ໂທດ​ຕໍ່​ພັກ, ຕໍ່​ປະຊາຊົນ. ​ໃນ​ຈຸດ​ເວລາ​ນີ້, ພວກ​ເຮົາ​ຕ້ອງ​ມີ​ຄວາມ​ທຸ່ນ​ທຽງ​ໃຈ, ໝັ້ນຄົງ, ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ​ອັນ​ດີງາມ​ຂອງ​ນັກ​ກອມ​ມູນິດ

 

 

 

 

 

 

 

ຂ່າວ/ບົດ​ອື່ນ