ກອງປະຊຸມຜັນຂະຫຍາຍມະຕິກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ

ກອງປະຊຸມຜັນຂະຫຍາຍມະຕິກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ - ảnh 1
​ກອງ​ປະຊຸມ​ຜັນ​ຂະຫຍາຍ​ມະຕິ​ກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້​ອມ​
ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ຍົກ​ສູງກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ
(ພາບ: VGP)

(vovworld) - ຕອນ​ເຊົ້າ​ວັນ​ທີ 10/03 ຢູ່ ຮ່າ​ໂນ້ຍ, ຫ້ອງ​ວ່າການ​ລັດຖະບານ​ສົມທົບ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ມະຕິ​ກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້​ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ຍົກ​ສູງກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ປະທານ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ກຳລັງຄວາມ​ສາມາດ​ແກ່ງ​ແຍ້​ງ​ເປັນ​ປະທານ​ກອງ​ປະຊຸມ.

        ນີ້​ແມ່ນ​ຄັ້ງທີ 4 ​​ໃນ​ຮອບ 4 ປີ​ລຽນຕິດ ລັດຖະບານ​​ໄດ້ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ການ​ປັບ​ປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະ​ຍາ​ຍາມ​ປະຕິບັດ​ບຸກທະລຸ​ຍຸດ​ທະ​ສາດ​ກ່ຽວ​ກັບ​ລະບອບ​ລະບຽບ​ການ ​ເຊິ່ງຈຸດ​ສຸມ​ແມ່ນ​ການ​ປະຕິ​ຮູບລະບຽບ​ການ​ບໍລິຫານ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ. ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ຂອງ​ມະຕິ, ປອ ຫງວຽນ​ດິງກຸງ ຫົວໜ້າສະ​ຖາ​ບັນຄົ້ນຄວ້າ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ​ຖື​ວ່າ:

        “ຄວນ​ມີ​ການ​ກະທຳ​ຢ່າງ​ເດັດ​ດ່ຽວ​ໃນ​ຫລາຍ​ດ້ານ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ພາຍ​ໃຕ້​ການ​ຊີ້​ນຳຢ່າງ​ຂ້ຽວຂາດ, ​ໃກ້​ຊິດ​ຂອງ​ນາຍົກລັດ​ຖະມົນຕີ, ຮອງ​ນາຍົກ​ລັດຖະມົນຕີ​ ​ແລະ ຄວາມ​ເປັນ​ເຈົ້າການ​ເຂົ້າ​ຮ່ວມ​ຂອງ​ຜູ້ນຳ​, ກ່ອນ​ອື່ນ​ໝົດ​ແມ່ນ​ລັດຖະມົນຕີ​ຂອງ​ບັນດາ​ກະຊວງ ​ແລະ ຮຽກຮ້​ອງຄວາມ​ຮັບຜິດຊອບ​ອະພິ​ປາຍ​ສຳລັບ​ເຂົາ​ເຈົ້າ ​ເພື່ອ​ບັນລຸ​ໄດ​້ໝາກຜົນ​ຕາມອັນ​ດັບຄຸນ, ຕາມ​ຈິດ​ໃຈລັດຖະບານ​ກໍ່ສ້າງ, ລັດຖະບານ​ບໍລິສຸດ, ລັດຖະບານ​ກະທຳ ​ແລະ ຮັບ​ໃຊ້​ປະຊາຊົນ ​ເຮັດ​ໄດ້​ຄື​ແນວ​ນັ້ນ ພວກ​ເຮົາ​ຈຶ່ງ​ສາມາດ​ສຳ​ເລັດ​ຜົນ​ໄດ້.”

 


ຕອບກັບ

ຂ່າວ/ບົດ​ອື່ນ