ກອງປະຊຸມຜັນຂະຫຍາຍວຽກງານໄອຍະການປີ2015

ກອງປະຊຸມຜັນຂະຫຍາຍວຽກງານໄອຍະການປີ2015 - ảnh 1
ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ຂະ​ແໜງ​ໄອ​ຍະ​ການ​ປີ 2015
(ພາບ: cand.com.vn)

(vovworld) – ວັນ​ທີ 16/1, ເມື່ອ​ເຂົ້າ​ຮ່ວມ ແລະ ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ຂະ​ແໜງ​ໄອ​ຍະ​ການ​ປີ 2015, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ໝາກ​ຜົນ​ທີ່ຂະ​ແໜງ​ໄອ​ຍະ​ການ​ປະ​ຊາ​ຊົນ​​ບັນ​ລຸ​ໄດ້​ໃນ​ປີ 2014, ປະ​ກອບ​ສ່ວນ​ສຳ​ຄັນ​ຈຳ​ກັດ​ການ​ເພີ່ມ​ຂຶ້ນ​ຂອງ​ອາດ​ຊະ​ຍາ​ກຳ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ປົກ​ປັກ​ຮັກ​ສາ​ລະ​ບອບ​ສັງ​ຄົມ​ນິ​ຍົມ, ປົກ​​ປ້ອງ​ສິດ​ທິ​ມະ​ນຸດ, ສິດ​ຂອງ​ພົນ​ລະ​ເມືອງ, ຜົນ​ປະ​ໂຫຍດ​ຂອງ​ລັດ, ສິດ ແລະ ຜົນ​ປະ​ໂຫຍດ​​ອັນ​ຊອບ​ທຳ​ຂອງ​ອົງ​ການ ແລະ ສ່ວນ​ບຸກ​ຄົນ, ສ້າ​ງ​ສະ​ພາບ​ແວດ​ລ້ອມ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ປະ​ເທດ​ຊາດ. ກ່ຽວ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໜ້າ​ທີ່​ວາງ​ອອກ​ໃນ​ປີ 2015 ແລະ ຊຸມ​ປີ​ຕໍ່​ໄປ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເນັ້ນ​ໜັກ​ວ່າ: ໜ້າ​ທີ່​ສຳ​ຄັນ​ຂອງ​ຂະ​ແໜງ​ໄອ​ຍະ​ການ​ປະ​ຊາ​ຊົນ​ແມ່ນ​ຕ້ອງ​ສືບ​ຕໍ່​ຊາບ​ຊຶມບັນ​ດາ​ທັດ​ສະ​ນະ, ແນວ​ຄິດ​ຊີ້​ນຳ​ຂອງ​ພັກເລິກ​ເຊິ່ງ ແລະ ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ, ມີ​ປະ​ສິດ​ທິ​ຜົນ​, ປ່ຽນ​ໃໝ່​ຢ່າງ​ແຮງ ແລະ ຮອບ​ດ້າ​ນ​ເພື່ອກໍ່​ສ້າງ​ລະ​ບົບ​ອົງ​ການ​ໄອ​ຍະ​ການ​ປອດ​ໄສ​, ໝັ້ນ​ຄົງ​ເຂັ້ມ​ແຂງ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ແລະ ຄວາມ​ຫວັງ​ຂອງ​ພັກ, ຂອງ​ປະ​ຊາ​ຊົນ ຢ່າງ​ແທດ​ຈິງ.
ຂ່າວ/ບົດ​ອື່ນ