ກອງປະຊຸມຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີຂອງຄະນະຊີ້ນຳເຂດຕາເວັນຕົກສຽງເໜືອຂອງຫວຽດນາມ

ກອງປະຊຸມຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີຂອງຄະນະຊີ້ນຳເຂດຕາເວັນຕົກສຽງເໜືອຂອງຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ເຮັດວຽກຢູ່ແຂວງ​ຮ່າ​ຢາງ
(ພາບ: chinhphu.vn)


(vovworld) - ວັນ​ທີ 11/07, ຢູ່​ຮ່າ​ຢາງ, ຄະນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ 6 ​ເດືອນ​ຕົ້ນ​ປີ, ຜັນ​ຂະຫຍາຍ​ໜ້າ​ທີ່​ຈຸດ​ສຸມ​ໃນ 6 ​ເດືອນທ້າຍ​ປີ 2013. ກ່າວ​ຄຳ​ເຫັນ​​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ເຂດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດນາມ ​ແມ່ນ​ເຂດ​ດິນ​ແດນ​ທີ່​ມີ​ຄວາມ​ສາມາດ​ບົນ​ຊ້ອນ​ຫຼາຍ​ຢ່າງ ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ອຸດົມ​ສົມ​ບຸນ, ຫຼາຍ​ຮູ້​ບຫຼາຍ​ແບບ ​ທັງ​ແມ່ນ​ສະຖານທີ່ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ​ພັ​ດທະ​ນາປີ 2013 ຢ່າງ​ມີ​ໄຊ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກ​ຮ້ອງ​ໃຫ້​ບັນດາ​ແຂວງ​ໃນ​​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດນາມ ຕ້ອງ​ຍູ້​ແຮງ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ​; ຍູ້​ແຮງ​ການ​ເຊື່ອມ​ຕໍ່​ເຂດ, ພາກ; ລະດົມທັງລະບົບການ​ເມືອງ​ເຂົ້າ​ຮ່ວມ​ການກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ ບຳລຸງ​ສ້າງ, ກວດ, ປິ່ນ​ປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ກ້າວ​ໄປ​ເຖິງ​ການຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ​, ກຳນົດ​ບັນດາ​ໂຄງການ, ກິດຈະກຳ​ຈຸດ​ສຸມ​​ໃຫ້​ບຸລິມະສິດ​ແຫຼ່ງ​ເງິນ​ລົງທຶນ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມຊ້ອນ, ທ່າແຮງຂອງ​ບັນດາ​ແຂວງເຂດຕາ​ເວັນ​ຕົກ​ສຽງ​ເໜືອ​ເພື່ອພັດທະນາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກຊີ້​ແຈ້ງວ່າ:

“ທີ່​ໜຶ່ງ​ແມ່ນ​ຕ້ອງ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ດີກ​ວ່າ​ອີກ ພິ​ເສດ​ແມ່ນ​ບໍ່​ປະ​ໃຫ້​ປະຊາຊົນ​ຖືກ​ອຶດ​ຫີ​ວ. ທີ​ສອງ​ແມ່ນ​ຕ້ອງ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຕ້ອງ​ໃກ້ຊິດ​ກັບ​ປະຊາຊົນ​, ກັບ​ຮາກ​ຖານກວ່າ​ອີກ. ອົງຄະ​ນະ​ພັກ, ຄະນະ​ກຳມະການ​ປະຊາຊົນ​ທ້ອງ​ຖີ່​ນບໍ່​ໄດ້​ປະ​ໃຫ້​ເກີດ​ສະພາບ​ຂາດ​ຄວາມ​ສາມັກຄີ​ລະຫວ່າງ​ຊົນ​ຊາດ​ອ້າຍ​ນ້ອງໃນ​ແຂວງ. ການ​ພົວພັນສາກົນ​ຕ້ອງ​ໄດ້​ຮັບ​ການ​ຍູ້​ແຮງ​ກວ່າ, ທ່າ​ແຮງ​ຂອງ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ແມ່ນ​ຕ້ອງ​ພັດທະນາ​ທ່າ​ແຮງ​ຂອງ​ຕົນ ​ແລະ​ຍູ້​ແຮງ​ການ​ຜະລິດ​ປູ​ງ​ແຕ່ງ, ສືບ​ຕໍ່​ຍົກ​ສູງ​ແຫຼ່ງຊັບພະຍາກອນ​ມະນຸດ ດ້ວຍ​ມາດ​ຕະການ, ນະ​ໂຍບາຍ​ລະອຽດ​ສຳລັບ​ຕາ​ແສງ, ປະຊາຊົນ ພິ​ເສດ​ແມ່ນ​ພະນັກງານ​ທຸກ​ຂັ້ນ“

ຂ່າວ/ບົດ​ອື່ນ