ກອງປະຊຸມຜັນຂະຫຍາຍໜ້າທີ່ປີ2017ຂອງອົງຄະນະພັກຫ້ອງວ່າການສະພາແຫ່ງຊາດ

ກອງປະຊຸມຜັນຂະຫຍາຍໜ້າທີ່ປີ2017ຂອງອົງຄະນະພັກຫ້ອງວ່າການສະພາແຫ່ງຊາດ - ảnh 1
ບັນ​ດາຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: TTXVN)


(vovworld) - ​ຕອນ​ບ່າຍ​ວັນ​ທີ 12/01, ຢ​ູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ອົງ​ຄະ​ນະ​ພັກຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບ​ວຽກ​ງານ​ພັກ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017. ທ່ານ​ນາງ​ເລ​ຂາ​​ຄະ​ນະ​ພັກ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເຂົ້າ​ຮ່ວມກອງ​ປະ​ຊຸມ.

        ກ​່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່າ​ນ​ຮອງ​ເລ​ຂາ​​ຄະ​ນະ​ພັກ​ສະ​ພາ​ແຫ່ງ​ຊາດ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໄດ້​ຕີ​ລາ​ຄາ​ວ່າ, ປີ 2016 ແມ່ນ​ປີ​ມີ​ໜ້າ​ທີ່​ໜັກ​ໜ່​ວງ​ຫຼາຍ​ຢ່າງ, ແຕ່​ອົງ​ຄະ​ນະ​ພັກ​​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊີ້​ນຳ​ນຳ​ພາ​​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງເປັນ​ຢ່າງ​ດີ. ທ່ານ​ນາງ ຕ່ອງ​ທິ​ຟ໋ອງ, ເນັ້ນ​ໜັກ​​ວ່າ, ປີ 2017 ແມ່ນ​ປີ​ທີ 2 ໃນ​ການປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ແມ່ນ​ປີ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ, ແຜນ​ການ​ຂອງ​ທັງ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ສະ​ນັ້ນ, ສະ​ເໜີ​ໃຫ້​ອົງ​ຄະ​ນະ​ພັກ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ຕ້ອງ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສາ​ມັກ​ຄີ, ແບບ​ແຜນ​ການ​ປະ​ຕິ​ບັດ​ງານ​ຕ້ອງ​ມີ​ປະ​ຊາ​ທິ​ປະ​ໄຕ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ປ່ຽນ​ໃໝ່, ຍົກ​ສ​ູງ​ສະ​ຕິ​ຄວາມ​ຮັບ​ຜິ​ດ​ຊອບ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ລັດ​ຖະ​ກອນ ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໄດ້​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ