ກອງປະຊຸມຜ່ານເຄືອຂ່າຍອິນເຕິເນັດ ຕີລາຄາໝາກຜົນການປູກປ່າທົດແທນ


 ກອງປະຊຸມຜ່ານເຄືອຂ່າຍອິນເຕິເນັດ ຕີລາຄາໝາກຜົນການປູກປ່າທົດແທນ     - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ ສະຫຼບກອງ​ປະ​ຊຸມ

(vovworld)- ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຜ່ານ​ເຄືອ​ຂ່າຍ​ອິນເຕິ​ເນັດ ຕີ​ລາ​ຄາ​ໝາກ​ຜົນ​ການ​ປູກ​ປ່າ​ເພື່ອ​ທົດ​ແທນ​ເນື້ອ​ທີ່​ປ່າ​ຫັນ​ປ່ຽນ​ສູ່ຈຸດ​ປະ​ສົງ​ນຳ​ໃຊ້ອື່ນ ແລະ ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ ໄດ້​ຕັກ​ເຕືອນ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຈົ່ງ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ດຳ​ເນີນ​ການກວດ​ກາ, ຕີ​ລາ​ຄາ ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທີ່​ຄ້າງ​ຄ່າ ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ຄາດ​ໝາຍ​ທີ່​ໄດ້​ວ​າງ​ອອກ​ຕາມ​ແຜນ​ການ.  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ ສະ​ເໜີ​ວ່າ :

      “ ຂ້າ​ພະ​ເຈົ້າສະ​ເໜີ​ວ່າ ພວ​ກ​ເຮົາ​ຕ້ອງ​ມາ​ນະ​ພະ​ຍາ​ຍາມກວ່າ​ອີກ ແລະ ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທີ່​ຄ້າງ​ຄ່າ, ເພື່ອ​ໃຫ້​ແຕ່​ລະ​ເນື້ອ​ທີ່​ດິນ​ເມື່ອ​ຖືກ​ສູນ​ເສຍ​ໄປ, ກໍ​ຕ້ອງ​ມີ​ເນື້ອ​ທີ່​ປ່າ​ປູກ​ທົດ​ແທນ​ເພື່ອ​ຮັກ​ສາ​ລະ​ດັບ​ປົກ​ຄຸມ​ຂອງ​ປ່າ. ຈຸດ​ໝາຍ​ປົກ​ຄຸມ​ປ່າ ຍັງ​ຄົງ​ແມ່ນ​ຈຸດ​ໝາຍ​ໃນ​ແຜນ​ການ​ສົກ​ປີ 2016-2020 , ແມ່ນ​ຕ້ອງ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ຮັກ​ສາ, ພິ​ເສດ​ແມ່ນ​ຫວຽດ​ນາມ​ພວມ​ຢູ່​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ”

 

ຂ່າວ/ບົດ​ອື່ນ