ກອງປະຊຸມຝືກອົບຮົມວຽກງານໂຄສະນາກ່ຽວກັບທະເລ ແລະ ໝູ່ເກາະ

ກອງປະຊຸມຝືກອົບຮົມວຽກງານໂຄສະນາກ່ຽວກັບທະເລ ແລະ ໝູ່ເກາະ - ảnh 1
ກອງ​ປະຊຸມ​ຝືກອົບຮົມ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ
ພາບ:internet

(vovworld)-  ຕອ​ນ​ເຊົ້າ​ວັນ​ທີ 4/4 ຢູ່ ນະຄອນ ຫາຍ​ຟ່ອງ, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ສົມທົບ​ກັບ​ກອງ​ບັນຊາ​ການ​ກອງທັບ​ເຮືອ ​ແລະ ນະຄອນ​ຫາຍ​ຟ່ອງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຝືກອົບຮົມ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ ​ໃຫ້​ແກ່​ນາຍ​ທະຫານ​ເຫຼົ່າ​ທັບ​ກອງທັບ​ເຮືອ, ພະນັກງານ​ພະ​ແນ​ກຖະ​ແຫລ​ງຂ່າວ ​ແລະ ສື່ສານ​ບັນດາ​ແຂວງ​ທາງ​ພາກ​ເຫນືອ ​ແລະ ບັນດາ​ອົງການ​ສື່​ມວນ​ຊົນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ກອງ​ປະຊຸມ​ໄດ້​ສະຫນອງ​ບັນດາ​ຄວາມ​ຮູ້​ນິຕິ​ກຳ​​ເປັນ​ພື້ນຖານ​ກ່ຽວ​ກັບ​ທະ​ເລ,​ ໝູ່​ເກາະ, ​ແນະນຳ​ສະພາບ​ຕົວ​ຈິງ​ການ​ປົກ​ປັກ​ຮັກສາ, ພັດທະນາ​ຊັບພະຍາກອນ​ທະ​ເລ ​ແລະ ໝູ່​ເກາະ, ບັນຫາ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວຜູ້​ລາຍ​ງານ, ​ນັກ​ໂຄສະນາ, ນັກ​ຂ່າວ​ພາຍ​ໃນ ​ແລະ ນອກ​ກອງທັບ, ປະກອບສ່ວນ​ປະຕິບັດ​ຍຸດ​ທະ​ສາດ​ທະ​ເລ ຫວຽດນາມ​ ຮອດ​ປີ 2020 ຢ່າງ​ມີ​ປະສິດທິ​ຜົນ. ທ່ານ ​ໂດ໋ກູ​ຍຢວານ, ​ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ​ໃຫ້​ຮູ້​ວ່າ:

        “​ເລື່ອງ​ໂຄສະນາກ່ຽວ​ກັບ ​ທະ​ເລ ​ແລະ ໝູ່​ເກາະ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ວຽກ​ງານ​ໂດຍ​ທ່ານ​ນາຍົກລັດຖະມົນຕີ​ເຊັນອະນຸມັດ ​ແລະ ມອບ​ຫນ້າ​ທີ່​ໃຫ້​ແກ່​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ສ້າງ​ບັນດາ​ຊຸດ​ເອກະສານ​ດີ​ທີ່​ສຸດ​ໃຫ້​ແກ່​ວຽກ​ງານ​ໂຄສະນາ​ທາງ​ພາຫະນະ​ສື່​ມວນ​ຊົນ​ກໍ​ຄື​ລະບົບ​ສື່​ມວນ​ຊົນ​ຢູ່​ຮາກ​ຖານ. ສອງ​ປີ​ມາ​ນີ້ ​ເລື່ອງ​ຈັດ​ຕັ້ງ​ບັນດາ​ຊຸດ​ຮຽນ​ໂຄສະນາ​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ຕັ້ງຫນ້າ. ”

ຂ່າວ/ບົດ​ອື່ນ