ກອງປະຊຸມພະນັກງານທົ່ວປະເທດ ຊາບຊືມບົດສະຫລຸບ 24 ຂອງກົມການເມືອງ

ກອງປະຊຸມພະນັກງານທົ່ວປະເທດ      ຊາບຊືມບົດສະຫລຸບ 24 ຂອງກົມການເມືອງ - ảnh 1
ກອງປະຊຸມພະນັກງານທົ່ວປະເທດ
ພາບ:internet



(vovworld) - ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ຕອນບ່າຍວັນທີ 21/8 ຢູ່ ຮ່າໂນ້ຍ, ກອງປະຊຸມພະນັກງານ ທົ່ວປະເທດຊາບຊືມຜັນຂະຫຍາຍບົດສະຫລຸບ 24 ເມື່ອວັນທີ 5/6/2012 ຂອງກົມການເມືອງ ກ່ຽວກັບການຍູ້ແຮງ ວຽກງານວາງແຜນກຳນົດ ແລະ ຍົກຍ້າຍພະນັກງານການນຳ, ຄຸ້ມຄອງຮອດປີ 2020 ແລະ ຊຸມປີຕໍ່ໄປ ໄດ້ອັດລົງ ຢູ່ ນະຄອນ ໂຮ່ຈິມີນ. ກ່າວຄຳເຫັນອັດກອງປະຊຸມ, ທ່ານ To Huy Rua ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວຫນ້າຄະນະຈັດຕັ້ງສູນກາງໄດ້ເນັ້ນຫນັກວ່າ:

ຕ້ອງ​ຫັນ​ຫຼັກການ​ນີ້​​ເປັນ​​ລະອຽດ​ຢ່າງ​ມີ​ຊີວິດ​ຊີວາ​ທີ່​ສຸດ, ​ຕິດ​ແທດກັບ​ຄວາມ​ຈິງທີ່​ສຸດ, ຮັບປະກັນ​ບັນດາ​ທັດສະນະ​ຫຼັກການ​ລວມກ່ຽວ​ກັບ​ພັກ​ຢ່າງ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ພະນັກງານ, ຖັນ​ແຖວ​ພະນັກງານ, ດ້ານ​ອື່ນ ຕ້ອງ​ກຳນົດ​ກົນໄກ​ຕິດຕາມ​ກວດກາຢ່າງ​ແໜ້ນ​ແຟ້ນ, ຫລີກ​ເວັ້ນການ​ສວຍ​ໃຊ້​ສິດ​ອຳນາດ​ສ່ວນ​ຕົວ ​ເຮັດ​ໃຫ້​​ບົດບາດ​ຂອງ​ລວມໝູ່ຖືກຫລຸດລົງ. ​ເສີມ​ຂະຫຍາຍ​ບົດບາດ​ກວດກາ, ຕິດຕາມ​ກວດກາ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ, ຜ່ານ​ການ​ເອົາ​ຄຳ​ເຫັນ, ບັດ​ໄວ້​ວາງ​ໃຈ​ປະຈຳ​ປີ​ສຳລັບ​ພະນັກງານ​ການ​ນຳ​ຄຸ້ມ​ຄອງ, ​ໃນ​ນັ້ນມີ​ຜູ້ນຳ​ຂັ້ນຕ່າງໆ

ຂ່າວ/ບົດ​ອື່ນ