ກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ-ອາເມລິກາ

(VOVWORLD) - ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ຂັ້ນສູງຫວຽດນາມ ໃນອາຊຽນ (SOM ASEAN) ຫງວຽນກ໋ວກຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

(vovworld) - ວັນທີ 04/05, ກອງປະຊຸມພິເສດກະຊວງການຕ່າງປະເທດບັນດາປະເທດອາຊຽນ - ອາເມລິກາ ຖືກດຳເນີນຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ປະເທດອາເມລິກາ. ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ຂັ້ນສູງຫວຽດນາມ ໃນອາຊຽນ (SOM ASEAN) ຫງວຽນກ໋ວກຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ-ອາເມລິກາ - ảnh 1 (ກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ-ອາເມລິກາ)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸງ ໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືລະຫວ່າງອາຊຽນ - ອາເມລິກາ ໃນໄລຍະຜ່ານມາ ແລະ ຖືວ່າ, ເລື່ອງສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາ ແລະ ທ່າພັດທະນາການພົວພັນອາຊຽນ - ອາເມລິກາ ແມ່ນເໝາະສົມກັບຜົນປະໂຫຍດຂອງ 2 ຝ່າຍ ແລະ ພາກພື້ນ. ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸງ ໄດ້ສະເໜີບາງຂົງເຂດໃຫ້ບຸລິມະສິດໃນການຮ່ວມມືອາຊຽນ - ອາເມລິກາ ໃນໄລຍະຈະມາເຖິງ, ໃນນັ້ນມີການພັດທະນາບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ (MSME), ຊຸກຍູ້ການມີຫົວຄິດປະດິດສ້າງ, ເສດຖະກິດດີຈີຕອນ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານທະເລ ແລະ ການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງຄື: ການກໍ່ການຮ້າຍ; ຄວາມປອດໄພທາງເຄືອຂາຍອີນເຕີແນັດ…. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ການເດີນທະເລຢ່າງເສລີ ຢູ່ທະເລຕາເວັນອອກ, ຢືນຢັນວ່າ, ນີ້ແມ່ນຄວາມເອົາໃຈໃສ່ລວມຂອງ ບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນ, ໃນນັ້ນມີອາເມລິກາ; ເຊີດຊູບັນດາຫຼັກການເຊິ່ງ 2 ຝ່າຍໄດ້ເຫັນດີນຳກັນທີ່ກອງປະຊຸມຂັ້ນສູງພິເສດອາຊຽນ - ອາເມລິກາ ຢູ່ Sunnylands, ລັດ California ເມື່ອເດືອນ 02/2016.

ຕອບກັບ

ຂ່າວ/ບົດ​ອື່ນ