ກອງປະຊຸມລັດຖະບານຮ່ວມເດີນທາງພ້ອມກັບວິສາຫະກິດໃກ້ຈະດຳເນີນໄປ

(VOVWORLD) - ກອງປະຊຸມລະຫວ່າງ ນາຍົກລັດຖະມົນຕີ ແລະ ວິສາຫະກິດ ປີ 2017 ຄາດຄະເນຈະຈັດຕັ້ງໃນລະຫວ່າງວັນທີ 10-20/5 ດ້ວຍ ຫົວຂໍ້ “ຮ່ວມເດີນທາງພ້ອມກັບວິສາຫະກິດ”. 
ກອງປະຊຸມລັດຖະບານຮ່ວມເດີນທາງພ້ອມກັບວິສາຫະກິດໃກ້ຈະດຳເນີນໄປ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ເຫດການເພື່ອແນໃສ່ປະເມີນຜົນ, ຕີລາຄາສະພາບການພາຍຫຼັງ 1 ປີ ແຫ່ງການປະຕິບັດ ມະຕິ ຂອງ ລັດຖະບານ ກ່ຽວກັບ ໜູນຊ່ວຍ ແລະ ພັດທະນາ ວິສາຫະກິດເຖິງ ປີ 2020 ແລະ ຕີລາຄາບັນດາການເຄື່ອນໄຫວປົວແປງສິ່ງແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ຕາມເນື້ອໃນຈິດໃຈມະຕິຂອງລັດຖະບານ. ຈະມີຜູ້ແທນ 200 ຄົນ ທີ່ຕາງໜ້າບັນດາສະຫະສະມາຄົມວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ, ວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ ແລະ ບັນດາອົງການການເງິນ ແລະ ຜູ້ຕາງໜ້າບັນດາສະຖານທູດປະຈຳຫວຽດນາມ ຈະເຂົ້າຮ່ວມກອງປະຊຸມ. ນອກຈາກນັ້ນ, ຍັງມີ ຜູ້ແທນ 1.200 ຄົນ ທີ່ມາຈາກບັນດາສະຫະສະມາຄົມວິສາຫະກິດພາຍໃນປະເທດ, ວິສາຫະກິດເອກະຊົນ ແລະ ສະຫະກອນ, ນີ້ແມ່ນກອງປະຊຸມໄດ້ຮັບການຕີລາຄາວ່າແມ່ນສຳຄັນທີ່ສຸດໃນປີ, ເຊີ່ງແມ່ນແຫ່ງທີ່ບັນດາວິສາຫະກິດ, ນັກທຸລະກິດໄດ້ສະແດງບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຍັງຄົງຄ້າງຂອງຕົນ, ພ້ອມກັບບັນດາ ຂໍ້ສະເໜີແນະ, ສະເໜີໂດຍກົງເຖິງນາຍົກລັດຖະມົນຕີ

ຕອບກັບ

ຂ່າວ/ບົດ​ອື່ນ