ກອງປະຊຸມລັດຖະມົນຕີ ການຕ່າງປະເທດອາຣັບ ປຶກສາຫາລືກ່ຽວກັບການສູ້ຮົບຢູ່ຊີຣີ

ກອງປະຊຸມລັດຖະມົນຕີ ການຕ່າງປະເທດອາຣັບ ປຶກສາຫາລືກ່ຽວກັບການສູ້ຮົບຢູ່ຊີຣີ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 24/03, ລັດຖະມົນຕີ​ບັນດາ​ປະ​ເທດ​ສະມາຊິກ​ສະຫະພັນ​ອາຣັບ ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ ​Doha ປະ​ເທດ Qatar, ​ເພື່ອ​ກະກຽມ​​ໂຄງການ​ດຳ​ເນີນ​ງານ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ອາຣັບ ຄັ້ງ​ທີ 24 ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນໃນ​ວັນ​ທີ 26/03. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ Qatar, Hamad Bin Jasim Bin Jaber Al Thani ຢືນຢັນ​ວ່າ ວິ​ກິດ​ການ​ຢູ່​ຊີຣີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ດຳ​ເນີນ​ງານ​ດ້ານ​ການ​ເມືອງ​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ, ຄຽງ​ຂ້າງ​ບັນຫາ ປາ​ແລດ​ສຕິນ ​ແລະ ບາງ​ບັນຫາ​ສຳຄັນ​ອື່ນໆ​ພາຍ​ໃນ​ກຸ່ມ​ອີກ. ສິ້ນ​ສຸດ​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ອາຣັບ ​ໄດ້​ເຫັນ​ດີ​ສ້າງ​ຮ່າງ​ມະຕິ​ກອງ​ປະຊຸມ​ສຸດ​ຍອດ​ອາຣັບ, ​ໃນ​ນັ້ນ​ມີ​ເລື່ອງ​ມອບຖານະ​ເຂົ້າ​ຮ່ວມ​ສະຫະພັນ​ອາຣັບ ​ໃຫ້​ແກ່ຜູ້​ຕາງໜ້າ​ສຳ​ພັນທະ​ມິດ​ຝ່າຍ​ຄ້ານ​ຢູ່​ຊີຣີ. ບາງ​ປະ​ເທດ​ສະມາຊິກ​ຂອງ​ສະຫະພັນ​ອາຣັບ ​ໄດ້​ຄັດ​ຄ້ານຢ່າງຮຸນ​ແຮງເລື່ອງ​ມອບ​ທີ່​ນັ່ງ​ຢູ່​ສະຫະພັນ​ອາຣັບ​ໃຫ້​ແກ່​ສຳພັນ​ທະ​ມິດ​ຝ່າຍ​ຄ້ານ​ຊີຣີ, ຖື​ນັ້ນ​ແມ່ນ​ການກະທຳ​ທີ່​ລະ​ເມີດ​ກົດ​ບັດ​ຂອງ​ສະຫະພັນ​ອາຣັບ.
ຂ່າວ/ບົດ​ອື່ນ