ກອງປະຊຸມລັດຖະມົນຕີການຄ້າ APEC ທາງອອນລາຍ (VMRT) ກ່ຽວກັບໂຄວິດ-19

(VOVWORLD) - ບັນດາສະມາຊິກ APEC ລ້ວນແຕ່ເຫັນດີນຳກັນວ່າ ທັງລັດຖະບານ ແລະ ປະຊາຊົນຢູ່ພາກພື້ນ ແລະ ໃນທົ່ວໂລກຄວນຮ່ວມແຮງຮ່ວມໃຈສາມັກຄີກັນ, ເພີ່ມທະວີການຮ່ວມມືຢູ່ທຸກຂັ້ນເພື່ອຄວບຄຸມໂລກລະບາດ

ກອງປະຊຸມລັດຖະມົນຕີການຄ້າ APEC ທາງອອນລາຍ (VMRT) ກ່ຽວກັບໂຄວິດ-19 - ảnh 1

ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມອອນລາຍ

(ພາບ: congthuong.vn)

ກອງປະຊຸມລັດຖະມົນຕີການຄ້າເວທີປາໄສຮ່ວມມືເສດຖະກິດອາຊີ (APEC) ທາງອອນລາຍ (VMRT) ກ່ຽວກັບໂຄວິດ-19 ຖືກດຳເນີນໃນວັນທີ 25 ກໍລະກົດ, ພາຍໃຕ້ການເປັນປະທານຂອງທ່ານ Mohamed Azmin Ali, ລັດຖະມົນຕີການຄ້າຕ່າງປະເທດ ແລະ ອຸດສາຫະກຳມາເລເຊຍ. ກ່າວຄຳເຫັນທີ່ກອງປະຊຸມ, ບັນດາສະມາຊິກ APEC ລ້ວນແຕ່ເຫັນດີນຳກັນວ່າ ທັງລັດຖະບານ ແລະ ປະຊາຊົນຢູ່ພາກພື້ນ ແລະ ໃນທົ່ວໂລກຄວນຮ່ວມແຮງຮ່ວມໃຈສາມັກຄີກັນ, ເພີ່ມທະວີການຮ່ວມມືຢູ່ທຸກຂັ້ນເພື່ອຄວບຄຸມໂລກລະບາດ ແລະ ແກ້ໄຂບັນດາຜົນຮ້າຍທີ່ຕາມມາທາງດ້ານເສດຖະກິດ-ສັຄົມຈາກໂລກລະບາດໂຄວິດ-19. APEC ຄວນສືບຕໍ່ລະດົມບັນດາແຫຼ່ງກຳລັງຢ່າງຮອບດ້ານເພື່ອໜູນຊ່ວຍບັນດາສະມາຊິກແກ້ໄຂຜົນເສຍຫາຍຢ່າງໜັກໜ່ວງຈາກໂລກລະບາດ, ຟື້ນຟູເສດຖະກິດໂດຍໄວ…

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກວ໊ກແຄ໊ງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ມີຄວາມເຊື່ອໝັ້ນວ່າ APEC ຈະສືບຕໍ່ເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງຂອງແຕ່ລະປະເທດສະມາຊິກ, ກໍ່ຄືຈິດໃຈສາມັກຄີກັນ, ຮ່ວມມືສາກົນຢ່າງແຮງ ເພື່ອພ້ອມກັນສ້າງອະນາຄົດອັນດີງາມກວ່າໃຫ້ແກ່ພາກພື້ນ ແລະ ປະຊາຊົນທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ