ກອງປະຊຸມລັດຖະມົນຕີການຕ່າງປະເທດເວທີປາໄສ “ຄູ່ເຈລະຈາຮ່ວມມືອາຊີ” ຄັ້ງທີ 11

ກອງປະຊຸມລັດຖະມົນຕີການຕ່າງປະເທດເວທີປາໄສ “ຄູ່ເຈລະຈາຮ່ວມມືອາຊີ” ຄັ້ງທີ 11 - ảnh 1
(ພາບປະກອບ)
(vovworld) - ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເວທີ​ປາ​ໄສ “ຄູ່​​ເຈລະຈາຮ່ວມ​ມື​ອາຊີ” (ACD) ຄັ້ງ​ທີ 11 ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 28 – 29/03, ຢູ່ Dushanbe, ປະ​ເທດ Tajikistan, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 32 ປະ​ເທດສະ​ມາ​ຊິກ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ Tajikistan ຫງວຽນ​ກວກ​ຢຸງ ນຳ​ໜ້າ, ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ ​ແລະ ຢືນຢັນ​ຄຳ​ໝັ້ນ​ຂອງ​ຫວຽດນາມ ​ໃນ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ປະ​ເທດ​ສະມາຊິກ ACD ມຸ່ງ​ໄປ​ສູ່​ສັນຕິພາບ, ຄວາມ​ວັດ​ຖະນາ​ຖາວອນ​ຂອງ​ພາກ​ພື້ນ, ພ້ອມ​ທັງ​ຍົກ​ອອກ​ທັດສະນະ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ພັດທະນາ​​ແບບ​ຍື່ນ​ຍົງ ​ແລະ ຍົກ​ອອກ​ບາງ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື ACD ​ໃນ​ໄລຍະ​ຜ່ານ​ມາ. ດ້ວຍ​ຫົວ​ຂໍ້​ວ່າ “ມຸ່ງ​ໄປ​ສູ່​ເສດຖະກິດ​ພັດທະນາ, ຄວາມ​ສະຖຽນ​ລະ​ພາບ ​ແລະ ວັດ​ທະນາ​ຖາວອນຢູ່​ອາຊີ ​ໂດຍຜ່ານ​ການ​ພັດທະນາ​​ແບບ​ຍື່ນ​ຍົງ”. ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ຍົກ​ສູງ​ບົດບາດ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຂອງ ACD ​ໃນ​ການ​ໜູນ​ຊ່ວຍບັນດາ​ປະ​ເທດ​ສະມາຊິກ​ພັດທະນາ​​ແບບ​ຍື່ນ​ຍົງ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດ​ຖະນາ​ຖາວອນ​ຢູ່​ທະວີບ. ບົນ​ພື້ນຖານ​ນັ້ນ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ແລກປ່ຽນ​ບັນດາ​ຂົງ​ເຂດ​ຄື ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ດ້ານ​ສະບຽງ​ອາຫານ, ພະລັງງານ ​ແລະ ຮັບປະກັນ​ແຫຼ່ງນ້ຳ...

ຂ່າວ/ບົດ​ອື່ນ