ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 22

ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 22  - ảnh 1
ກອງ​ປະຊຸມ​ລັດຖະມົນຕີ​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 22
ພາບ:internet

(vovworld) - ກອງ​ປະຊຸມ​ລັດຖະມົນຕີ​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 22 ພາຍ​ໃຕ້​ຫົວ​ຂໍ້​ວ່າ:“ຍົກ​ສູງ​ການ​ປົກ​ປ້ອງ​ສັງຄົມ ​ແລະ ພັດທະນາ​ຄວາມ​ຊຳນານ​ງານ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/5 ຢູ່ ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່າ​ນນາຍົກລັດຖະມົນຕີ ກຳປູ​ເຈຍ Hun Sen ​ເນັ້ນ​ຫນັກ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ຫັນ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ການ​ນຳ ອາ​ຊຽນ ກ່ຽວ​ກັບ​ການ​ຍູ້​ແຮງ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ ອາ​ຊຽນ ​ເອົາ​ປະຊາຊົນ​ເປັນ​ໃຈກາງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື ອາ​ຊຽນ ​ໃນ​ຂົງ​ເຂດ​ແຮງ​ງານ​ເປັນ​ລະອຽດ. ຕາມ​ນັ້ນ​ແລ້ວ ບັນດາ​ປະ​ເທດ    ອາ​ຊຽນ ​​ໄດ້ແບ່ງ​ບັນບັນດາ​ບົດຮຽນ​ທີ່​ດີ​ໃນ​ການ​ພັດທະນາ​ຄວາມ​ຊຳນານ​ງານ​ຜ່ານ​ການ​ຮ່ວມ​ມື​ພາກ​ພື້ນ ​ເພື່​ອຫນູນ​ຊ່ວຍ​ການ​ພັດທະນາ​ຂອງ​ມາດຕະຖານ​ຮັບ​ຮູ້​ສີມື​ການ​ຊ່າງ​ເຊິ່ງກັນ ​ແລະ ກັນ​ໃນ​ອາ​ຊຽນ ພ້ອມ​ກັບ​​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ຄົນ​ງານ. ທີ່​ກອງ​ປະຊຸມ​, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ພ້ອມ​ກັນ​ໃຫ້​ບຸລິມະສິດ​ໃນ​ໂຄງການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ຮອດ​ປີ 2015 ຂອງ​ແຕ່ລະ​ປະ​ເທດ ​ແມ່ນ​ເຮັດ​ໃຫ້ມາດຕະຖານ​ຄວາມ​ຊຳນານ​ງານມີ​ຄວາມກົມ​ກ່ຽວ, ກ້າວ​​ໄປ​ເຖິງ​ການ​ຮັບ​ຮູ້ເຊິ່ງກັນ ​ແລະ ກັນກ່ຽວ​ກັບລະດັບ​ຄວາມ​ຮູ້ຄວາມ​ຊຳນານ​ງານ​ຂອງ​ຄົນ​ງານ​ໃນ​ອາຊີ​ບຕົ້ນຕໍ​ຢູ່​ບັນດາ​ປະ​ເທດ ອາ​ຊຽນ.

 

 



ຂ່າວ/ບົດ​ອື່ນ