ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວກຳປູເຈຍ-ລາວ-ຫວຽດນາມ

ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວກຳປູເຈຍ-ລາວ-ຫວຽດນາມ - ảnh 1
ການ​ນຳ​ສາມ​ປະ​ເທດ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ເຂດສາມ​ຫລ່ຽມ​ພັດ​ທະ​ນາ​ເມື່ອ​ເດືອນ 4/2014
ພາບ:internet

(vovworld)- ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ, ການ​ຄ້າ, ການ​ທ່ອງ​ທ່ຽວ​ຄັ້ງ​ທີ 8 ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ, ລາວ ແລະ ຫວຽດ​ນາມ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/9 ຢູ່ ນະ​ຄອນ ຊຽມ​ຣຽບ ປະ​ເທດ ກຳ​ປູ​ເຈຍ. ເລ​ື່ອງ​ເພ​ີ່ມ​ທະ​ວີ​ດຶງ​ດູດ​ແຫລ່ງ​ເງິນ​ລົງ​ທຶນ​ເຂົ້າ​ເຂດນີ້ ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ຂອງ 13 ແຂວງ​ຂຶ້ນ​ກັບ​ເຂດ​ສາມ​ຫລ່ຽມເວົ້າ​ສະ​ເພາະ ພ້ອມ​ທັງ​ປະ​ກອບ​ສ່ວນ​ຍົກ​ສູງ​ການ​ພົ​ວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ 3 ປະ​ເທດ ເວົ້າ​ລວມ. ປະ​ຈຸ​ບັນ ຫວຽດ​ນາມ ມີ​ປະ​ມານ 100 ໂຄງ​ການ​ລົງ​ທຶນ​ລວມ​ມູນ​ຄ່າ 4,5 ຕື້ USD ໃນ​ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ​. ທີ່ກອງ​ປະ​ຊຸມ, ຜູ້​ຕາງ​ຫ​ນ້າ​ລັດ​ຖະ​ບານ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແລະ​ບັນ​ດາ​ນັກ​ລົງ​ທຶນ​ສາມ​ປະ​ເທດ ໄດ້​ຍົກ​ອອກ​ຫລາຍ​ມາດ​ຕະ​ການ​ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ, ຍົກ​ລະ​ດັບ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ.   

ຂ່າວ/ບົດ​ອື່ນ