ກອງປະຊຸມສົ່ງເສີມການລົງທຶນ ແລະ ຮັບປະກັນ ຊີວິດສັງຄົມຢູ່ເຂດຕາເວັນຕົກສຽງເໜືອ ປີ 2013

ກອງປະຊຸມສົ່ງເສີມການລົງທຶນ ແລະ ຮັບປະກັນ ຊີວິດສັງຄົມຢູ່ເຂດຕາເວັນຕົກສຽງເໜືອ ປີ 2013 - ảnh 1
ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ແລະ
ຮັບປະກັນ​ຊີວິດ​ສັງຄົມຢູ່​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ
(ພາບ: ktdt.com.vn)


(vovworld) - ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ຮັບປະກັນ​ຊີວິດ​ສັງຄົມຢູ່​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ ປີ 2013 ດ້ວຍ​ຫົວ​ຂໍ້​ວ່າ “ປຸກລຸກ ​ແລະ ​ຮ່ວມ​ສຳພັນ​ຄວາມ​ສາມາດ​ບົ່ມ​ຊ້ອນ” ​​ໄດ້ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 03/04, ຢູ່​ແຂວງ ຕວຽນ​ກວາງ. ​ຜູ້​ແທນ​ຫຼາຍ​ທ່ານ​ທີ່ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຢືນຢັນ​ວ່າ ບັນດາ​ແຂວງຢູ່​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ​ແມ່ນສະຖານ​ທີ່ຍຸດ​ທະ​ສາດ​ສຳຄັນ​ພິ​ ເສດ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເພາະສະ​ນັ້ນ, ຕ້ອງ​ລະດົມ​ແຫຼ່ງກຳລັງ​ຈາກ​ບັນດາ​ພາກສ່ວນ​ເສດຖະກິດ​ເພື່ອ​ລົງທຶນ​ພັດທະນາ​ ການຜະລິດດຳ​ເນີນ​ທຸ​ລະ​ກິດ, ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຂວງ​ຢ່າງ​ແຮງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽນ​ຊວນ​ຟຸກ ຊີ້​ແຈ້ງ​ບັນດາ​ໜ້າ​ທີ່​ເຊິ່ງທ້ອງ​ຖິ່ນ​ຕ່າ​ງໆ​ຕ້ອງ​ປະຕິບັດ​ນັ້ນ​ແມ່ນ.

        ຄວນ​ພັດທະນາ​ການ​ບໍລິການ​ທ່ອງ​ທ່ຽວ, ຂຸດ​ຄົ້ນ​ທ່າ​ແຮງ​ກ່ຽວ​ກັບ​ການ​ທ່ອງທ່ຽວ​ຊີວະ​ພາບ, ວັດທະນະທຳ, ປະຫວັດສາດ ໃນ​ບໍລິ​ເວັນເຂດຕາເວັນ​ຕົກ​ສຽງ​ເໜືອ, ​ເສີມ​ຂະຫຍາຍ​ທ່າແຮງ​ເສດຖະກິດ​ດ່ານ​ຊາຍ​ແດນ. ຄຽງ​ຄ້າງ​ນັ້ນ, ຂຸດ​ຄົ້ນແລະ ປຸງ​ແຕ່ງ​ຊັບພະຍາກອນ​ໂລຫະ, ຜະລິດ​ວັດ​ສະ​ດຸ​ກໍ່ສ້າງ, ພັດທະນາ​ຊົນ​ລະ​ປະທານ​ຂະໜາ​ດກາງແລະ ນ້ອຍ ຕິດພັນ​ກັບ​ເຂື່ອນ​ໄຟ​ຟ້າ​ນ້ຳຕົກ​ຕາມ​ແຜນກຳນົດ​ຂອງ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົ່ງ ບົນ​ຈິດ​ໃຈຮັບປະກັນ​ສິ່ງ​ແວ​ດລ້ອມ. ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມແລະ ບັນດາ​ຮາກ​ຖານ​ດຳ​ເນີນ​ທຸລະ​ກິດ​ຢູ່ລຽບ​ຕາມ​ເສັ້ນທາງ​ຄົມມະນາຄົມ​ຈຸດ​ສຸມ, ຄວນສືບ​ຕໍ່​ດຶງ​ດູດ​ແຫຼ່ງຊັບພະຍາກອນເພື່ອ​ເປ​ີດກວ້າງແລະ ຍົກ​ລະດັບ​​ເຄືອ​ຂ່າຍ​ທາງ​ຄົມມະນາຄົມ​ຂົນ​ສົ່ງ​ສິນຄ້າ ດ້ວຍ​ຮູບການລົງທຶນ​ທີ່​​ແຕກ​ຕ່າງ​ກັນ, ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດແລະ ມອບ​ສົ່ງ​ວິທະຍາສາດເຕັກ​ໂນ​ໂລ​ຊີ. ພວກ​ເຮົາ​ຕ້ອງ​ລະດົມ​ບັນດາ​ແຫຼ່ງ​ເງິນ​ອຸປະຖຳ​ຢ່າງ​ກວ້າງຂວາງ ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ວິທີ​ການ​ຜັນ​ຂະຫຍາຍ​ ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ຊຸມ​ໃສ່​ເຂົ້າ​ໃນ​ວຽກ​ງານ​ລົບ​ລ້າງ​​ເຮືອນ​ຊົ່ວຄາວ, ສ້າງ​ສຸກສາລາ, ​ໂຮງຮຽນ​ໃຫ້​ແກ່​ເດັກນ້ອຍ.”

 


ຂ່າວ/ບົດ​ອື່ນ