ກອງປະຊຸມສົ່ງເສີມການລົງທຶນພັດທະນາການທ່ອງທ່ຽວ 2016 ຂອງແຂວງບິ່ງດິ້ງ

ກອງປະຊຸມສົ່ງເສີມການລົງທຶນພັດທະນາການທ່ອງທ່ຽວ 2016 ຂອງແຂວງບິ່ງດິ້ງ - ảnh 1
(ພາບ​ປະ​ກອບ: kenh14)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 30/03, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບິ່ງ​ດິ້ງ ແລະ ທະ​ນາ​ຄານ​ການ​ຄ້າ​​ການລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ (BIDV) ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ຂໍ້​ມູນ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ພັດ​ທະ​ນາ​ການ​ທ່ອ​ງ​ທ່ຽວ​ບິ່ງດິ້ງ ປີ 2016. ກອງ​ປະ​ຊຸມ​​ຈະດຳ​ເນີນ​ໃນ​ວັນ​ທີ 03/04 ຈະ​ມາ​ເຖິງ​ຢູ່​ນະ​ຄອນ​ກຸຍ​ເຍີນ, ແຂວງ​ບິ່ງດິ້ງ. ທີ່ກອງ​ປະ​ຊຸມນີ້, ແຂວງ​ບິ່ງດິ້ງ ຈະ​ປະ​ກ​​າດ​ແຜນ​​ຜັງ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030; ກ​ົນ​ໄກ​ນະ​ໂຍ​ບາຍ​ດຶງ​ດູດ​ກາ​ນ​ລົງ​ທຶນ​ຂອງ​ແຂວງ ແລະ ບາງ​ໂຄງ​ກາ​ນ​ທ່ອງ​ທ່ຽ​ວ​ໄໝ່​ຈຳ​ນວນ​ໜຶ່ງ; ລົງ​ນາ​ມ​ໃນ​​ສັນ​ຍາຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ 4 ແຂວງ​ຄື: ຟຸ໋​ອຽນ - ບິ່ງດິ້ງ - ຢາ​ລາຍ - ດັກ​ລັກ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ ຫງວຽນ​ຕວນ​ແທງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບິ່ງດິ້ງ​ໃຫ້​ຮູ້​ວ່າ.

        “ດ້ວຍ​ຄາດ​ໝາຍ​ນຳ​ການ​ທ່ອງ​ທ່ຽ​ວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ຂອງ​ແຂວງ, ແຂວງ​ບິ່ງດິ້ງ ໄດ້​ສ້າງ​ຕັ້ງ​ຄະ​ນະ​ຊີ້​ນຳ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ສ້າງ​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ສ້າງສະ​ຖານ​ທີ່​ທ່ອງ​ທ່ຽວ​ເຂດ​ຫາດ​ຊາຍ​ທະ​ເລ​ກຸຍ​ເຍີ​ນ. ແຂວງ​ກໍ​ຈະ​ສຸມ​ໃສ່​ລົງ​ທຶນ​​ເຂົ້າພື້ນ​ຖານ​ໂຄງ​ລ່າງ​ໃຫ້​ບາງ​ສະ​ຖານ​ທີ່ ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​​ແກ່ນັກ​ທ່ອງ​ທ່ຽວ​​ທີ່ມາ​ຢ້ຽມ​ຢາມ. ເພີ່ມ​ທະ​ວີ​ເຂດ​ທ່ອງ​ທ່ຽວ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເພື່ອ​ຮັບ​ໃຊ້​​ໃຫ້​ແກ່ກາ​ນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ”.

ຂ່າວ/ບົດ​ອື່ນ