ກອງປະຊຸມສົ່ງເສີມການລົງທຶນຢູ່ເຂດຕາເວັນຕົກສ່ຽງເໜືອ

ກອງປະຊຸມສົ່ງເສີມການລົງທຶນຢູ່ເຂດຕາເວັນຕົກສ່ຽງເໜືອ - ảnh 1
(ພາບປະກອບ)

(vovworld) - ​ໃນ​ຂອບ​ເຂດ​ລາຍການ “ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະຊາຊົນ​ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ“, ​ເຊິ່ງຈັດ​ຕັ້ງ​ຢູ່​ເມືອງ​ໂມກ​ເຈົາ, ​ແຂວງ​ເຊີນ​ລາ ນັ້ນ. ​ຕອນ​ເຊົ້າ​ວັນ​ທີ 4/4 ​ໄດ້​ດຳ​ເນີນ ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ແລະ ຍ້ອງຍໍ​ບັນດາ​ວິ​ສາ​ຫະກິດ​ທີ່​ດີ​ເດັ່ນ. ທີ່​ກອງ​ປະຊຸມ, ບັນດາ​ນັກ​ຄຸ້ມ​ຄອງ, ນັກວິທະຍາສາດ ​ແລະ ນັກ​ລົງທຶນ, ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ມີ​ໂອກາດ​ແລກປ່ຽນ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ລັດ, ບັນດາກົນ​​ໄກ​ນະ​ໂຍບາຍ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ກໍ່​ຄື​ການ​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື, ຮ່ວມ​ສຳພັນ​ພັດທະນາ​ເສດຖະກິດ - ສັງຄົມ ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ. ຄະນະ​ຈັດ​ຕັ້ງ​ໄດ້​ຍ້ອງຍໍ​ວິ​ສາ​ຫະກິດ​ທີ່​ດີ​ເດັ່ນ 59 ​ແຫ່ງ, ​ທີ່​ໄດ້ມີ​ການ​ປະກອບສ່ວນພິ​ເສດ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ເຂດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ, ໜູນ​ຊ່ວຍ​ປະຊາຊົນ​ຜູ້​ທຸກ​ຍາກ. ທ່ານ ​ເຈືອງ​ຊວນ​ກື່, ຮອງ​ຫົວໜ້າ​ຄະນະ​ຮັບຜິດຊ​ອບຄະນະ​ຊີ້​ນຳ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ​ໃຫ້​ຮູ້​ວ່າ

        “ພວກ​ເຮົາ​ຕ້ອງ​ຢືນຢັນ​ວ່າ, ​ຢາກ​ພັດທະນາເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ​ແມ່ນ​ຕ້ອງ​ມີ​ນັກ​ລົງທຶນ, ດັ່ງ​ນັ້ນ​ການ​ຮຽກຮ້ອງ, ດຶງ​ດູດ​ບັນດາ​ນັກ​ລົງທຶນ​ເຂົ້າ​ລົງທຶນ​ໃນ​ເຂດ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ. ນອກ​ຈາກ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ແລ້ວ, ​ແມ່ນ​ຕ້ອງ​ໂຄສະນາ, ຂົນຂວາຍ​ບັນດາ​ວິ​ສາ​ຫະກິດ, ບັນດາ​ນັກ​ລົງທຶນ​ຕື່ມ​ອີກ​ເພື່ອ​ໃຫ້​ເຂົາ​ເຈົ້າ​ແບ່ງປັນ​ຄວາມ​ຫຍຸ້ງຍາກ ​ແລະ ຊ່ວຍ​ເຫລື້ອປະຊາຊົນເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ“.

        ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຈະ​ປະກອບສ່ວນ​ຊ່ວຍ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ມີ​ແຫຼ່ງກຳລັງ​ຕື່ມ​ອີກ​ເພື່ອ​ສືບ​ຕໍ່​ປຸກລຸກ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ, ປະກອບສ່ວນ​ລົບ​ລ້າງ​ຄວາມທຸກ​ຍາກ, ອຶດ​ຫີ​ວ, ພັດທະນາ​ເສດຖະກິດ - ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ປະຊາຊົນ​ໃນເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ.

ຂ່າວ/ບົດ​ອື່ນ