ກອງ​ປະ​ຊຸມ​ສຸດຍອດ BRICS ໃຫ້​ບຸ​ລິ​ມະ​ສິດ​ໃນ​ບັນ​ຫາ​ຮັບ​ສະ​ມາ​ຊິກ​ໃໝ່

(VOVWORLD) - ຫົວຂໍ້ກ່ຽວກັບການເປີດກວ້າງກຸ່ມບັນດາພື້ນຖານເສດຖະກິດໃໝ່ພົ້ນເດັ້ນແຖວໜ້າໂລກ (BRICS) ຈະໃຫ້ບຸລິມະສິດແຖວໜ້າໃນໂຄງການດຳເນີນງານຂອງກອງປະຊຸມສຸດຍອດ BRICS  ເຊິ່ງຄາດວ່າຈະຈັດຂຶ້ນຢູ່ Johannesburg (ອາຟະລິກາໃຕ້) ແຕ່ວັນທີ 22-24/08. 
ກອງ​ປະ​ຊຸມ​ສຸດຍອດ BRICS  ໃຫ້​ບຸ​ລິ​ມະ​ສິດ​ໃນ​ບັນ​ຫາ​ຮັບ​ສະ​ມາ​ຊິກ​ໃໝ່ - ảnh 1(ພາບປະກອບ: ChinaDaily)

ກ່າວຄຳເຫັນກັບບັນດານັກຂ່າວໃນວັນທີ 01 ສິງຫາ, ທ່ານ Dmitry Peskov, ໂຄສົກຂອງທ່ານປະທານາທິບໍດີ ລັດເຊຍ, ໃຫ້ຮູ້ວ່າ ຫົວຂໍ້ກ່ຽວກັບການເປີດກວ້າງກຸ່ມບັນດາພື້ນຖານເສດຖະກິດໃໝ່ພົ້ນເດັ້ນແຖວໜ້າໂລກ (BRICS) ຈະໃຫ້ບຸລິມະສິດແຖວໜ້າໃນໂຄງການດຳເນີນງານຂອງກອງປະຊຸມສຸດຍອດ BRICS  ເຊິ່ງຄາດວ່າຈະຈັດຂຶ້ນຢູ່ Johannesburg (ອາຟະລິກາໃຕ້) ແຕ່ວັນທີ 22-24/08. ທ່ານເນັ້ນໜັກວ່າ ນີ້ແມ່ນບັນຫາສຳຄັນ ຍ້ອນນັບມື້ນັບມີຫຼາຍປະເທດຍົກອອກຖະແຫຼງການຢາກເຂົ້າຮ່ວມກຸ່ມ.

ເດືອນແລ້ວນີ້, ອາຟະລິກາໃຕ້ ໄດ້ແຈ້ງໃຫ້ຊາບວ່າ ມີ ຫຼາຍກວ່າ 40 ປະເທດ ມີຄວາມສົນໃຈຕໍ່ການເຂົ້າຮ່ວມ BRICS.  ປັດຈຸບັນ,  BRICS  ມີ 7 ປະເທດສະມາຊິກ ນັ້ນແມ່ນ ບຣາຊິນ, ລັດເຊຍດ ອິນເດຍ, ຈີນ ແລະ ອາຟະລິກາໃຕ້.


ຕອບກັບ

ຂ່າວ/ບົດ​ອື່ນ