ກອງປະຊຸມສຸດຍອດ ອາຊຽນ 42: ອາຊຽນ ອອກຖະແຫຼງການກ່ຽວກັບການພັດທະນາວິໄສທັດ ປະຊາຄົມຫຼັງປີ 2025

(VOVWORLD) - ບັນດາການນຳ ອາຊຽນ ໄດ້ເຫັນດີເປັນເອກະພາບນິຍາມ ປະຊາຄົມ ອາຊຽນ ແມ່ນປະຊາຄົມສັນຕິພາບ, ສະຖຽນລະພາບ, ປອດໄພ...
ກອງປະຊຸມສຸດຍອດ ອາຊຽນ 42: ອາຊຽນ ອອກຖະແຫຼງການກ່ຽວກັບການພັດທະນາວິໄສທັດ ປະຊາຄົມຫຼັງປີ 2025 - ảnh 1ວາລະປະຊຸມຄົບຄະນະຂອງ ກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີ ຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42
(ພາບ:Dương Giang-TTXVN)

ວັນທີ 10 ພຶດສະພາ, ກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີ ຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ຢູ່ Labuan Bajo ຂອງປະເທດ ອິນໂດເນເຊຍ, ໄດ້ຮັບຮອງເອົາຖະແຫຼງການຂອງບັນດາການນຳ ກ່ຽວກັບການພັດທະນາວິໄສທັດປະຊາຄົມ ຫຼັງປີ 2025. ບັນດາການນຳເຫັນດີເປັນເອກະພາບສືບຕໍ່ປັບປຸງວິວັດການສ້າງປະຊາຄົມ ອາຊຽນ ດ້ວຍການປະຕິບັດຢ່າງຄົບຖ້ວນ ວິໄສທັດປະຊາຄົມ ອາຊຽນ ຮອດປີ 2025 ທີ່ໄດ້ຮັບຮອງເອົາທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 27 ເຊິ່ງຈັດຂຶ້ນໃນປີ 2015 ຢູ່ Kuala Lumpur, ປະເທດ ມາເລເຊຍ.

        ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຊຽນ ຫງວຽນຫາຍບັ່ງ ແລ້ວ, ນັບແຕ່ປີ 2015, ບັນດາການນຳ ອາຊຽນ ໄດ້ເຫັນດີເປັນເອກະພາບນິຍາມ ປະຊາຄົມ ອາຊຽນ ແມ່ນປະຊາຄົມສັນຕິພາບ, ສະຖຽນລະພາບ, ປອດໄພ, ວັດທະນາຖາວອນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ທີ່ກອງປະຊຸມສຸດຍອດຄັ້ງນີ້, ບັນດາການນຳ ອາຊຽນ ໄດ້ຢັ້ງຢືນອີກເທື່ອໜຶ່ງບັນດາມາດຖານດັ່ງກ່າວ, ພ້ອມທັງເພີ່ມເຕີມບັນດາປັດໄຈໃໝ່, ຄື: ສຸມໃສ່ມະນຸດ, ກຳນົດທິດການຮັບໃຊ້ມະນຸດ, ຖືມະນຸດເປັນໃຈກາງ ແລະ ແມ່ນເປົ້າໝາຍໄດ້ຮັບຜົນປະໂຫຍດຈາກວິວັດການສ້າງ ແລະ ພັດທະນາປະຊາຄົມ ອາຊຽນ.                  

ຕອບກັບ

ຂ່າວ/ບົດ​ອື່ນ