ກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງ 70 ປີ ແຫ່ງວັນ​ສ້າງ​ຕັ້ງ NATO ໄຂ​ຂຶ້ນ​ໃນ​ສະ​ພາບ​ການ​ທີ່​ເກີດ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼ​າຍ​ຢ່າງ

(VOVWORLD) -ກອງປະຊຸມສຸດຍອດ 70 ປີ ແຫ່ງວັນສ້າງຕັ້ງ ອົງການສົນທິສັນຍາ ອັກລັງຕິກເໜືອ (NATO) ໄດ້ໄຂຂຶ້ນໃນວັນທີ 3 ທັນວາ, ຢູ່ນະຄອນຫຼວງ ລອນດອນ, ລາຊະອານາຈັກ ອັງກິດ. 
ກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງ 70 ປີ ແຫ່ງວັນ​ສ້າງ​ຕັ້ງ NATO ໄຂ​ຂຶ້ນ​ໃນ​ສະ​ພາບ​ການ​ທີ່​ເກີດ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼ​າຍ​ຢ່າງ - ảnh 1ທຸງ NATO ແລະ ບັນດາປະເທດ ສະມາຊິກ NATO (ພາບ: Reuters) 

ຕາມແຜນການແລ້ວ, ວັນທີ 4 ທັນວາ, ປະມຸກລັດບັນດາປະເທດສະມາຊິກ NATO ຈະມີກອງປະຊຸມຖະແຫຼງຂ່າວຮ່ວມເພື່ອ ປະກາດໝາກຜົນຂອງກອງປະຊຸມສຸດຍອດ ແລະ ອອກຖະແຫຼງການຮ່ວມ. ຕາມແຫຼ່ງຂ່າວການຕ່າງປະເທດຈາກເຢຍລະມັນໃຫ້ຮູ້ວ່າ, ຖະແຫຼງການຮ່ວມຄັ້ງນີ້ຂອງ NATO ຈະມີຄຳໝັ້ນສັນຍາ ກ່ຽວກັບການປ້ອງກັນລວມໝູ່.

ມີກອງປະຊຸມສອງຝ່າຍຂັ້ນສູງໄດ້ຫຼາຍຄັ້ງຢູ່ນອກກອງປະຊຸມດັ່ງກ່າວຈະດຳເນີນລະຫວ່າງ ທ່ານ ປະທານາທິບໍດີ ອາເມລິກາ Donald Trump ກັບ ປະມຸກລັດບັນດາປະເທດ ຄື ທ່ານ ນາຍົກລັດຖະມົນຕີ ອັງກິດ Boris Johnson, ທ່ານນາງ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ແລະ ທ່ານ ປະທານາທິບໍດີ ຝລັ່ງ Emmanuel Macron.

        ກ່ອນທີ່ຈະດຳເນີນກອງປະຊຸມສຸດຍອດ ຢູ່ ລອນດອນ, ໜຶ່ງໃນບັນດາຫົວຂໍ້ ທີ່ໄດ້ເຕື້ອງເຖິງຫຼາຍທີ່ສຸດແມ່ນການເພີ່ມບ້ວງລາຍຈ່າຍການທະຫານຂອງບັນດາປະເທດສະມາຊິກ NATO ຂຶ້ນເຖິງ 2% GDP ຂອງແຕ່ລະປະເທດ. ນີ້ແມ່ນຫົວຂໍ້ສ້າງຄວາມຂັດແຍ້ງກັນພາຍໃນກຸ່ມ NATO ໃນ2 - 3 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ