ກອງປະຊຸມສຸດຍອດອີຢູ-ຢູແກຼນ

ກອງປະຊຸມສຸດຍອດອີຢູ-ຢູແກຼນ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປະ​ເທດ​ເຈົ້າ​ພາບ Petro Poroshenko (ກາງ),
ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) Jean – Claude Juncker (ຂວາ)  ແລະ ປະ​ທານ​ສະ​ພາ ເອີ​ລົບ Donald Tusk
(ພາບ: AFP)

 (vovworld) – ກອງ​ປະ​ຊຸມ​ສຸດ​ຍອດ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) - ຢູ​ແກຼນ ໄດ້​ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 27/4, ຢູ່​ນະ​ຄອນຫຼວງ ກີ​ແອບ ຂອງ ຢູ​ແກຼນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປະ​ເທດ​ເຈົ້າ​ພາບ Petro Poroshenko, ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) Jean – Claude Juncker ແລະ ປະ​ທານ​ສະ​ພາ ເອີ​ລົບ Donald Tusk. ຖະ​ແຫຼງ​ການ​ຮ່ວມ​ພາຍຫຼັງ​ກອງ​ປະ​ຊຸມ​ໃຫ້​ເຫັນ​ວ່າ: ພາກ​ພື້ນ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຢູ​ແກຼນ ກັບ​ອີ​ຢູ ຈະ​ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 1/1/2016. ກອງ​ປະ​ຊຸມ​ສຸດຍອດ​​ໄດ້​ເລັ່ງ​ໃສ່​ເລື່ອງ​ເລີ່ມ​ຕົ້ນ​ການ​ປະ​ຕິ​ຮູບ​ມີ​ຄວາມໝາຍ​ຕັດ​ສິນ​ຊີ້​ຂາດ​ບົນ​ທັດ​ສະ​ນະ​ເຊື່ອ​ມ​ໂຍງ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ຂອງ ຢູ​ແກຼນ ແລະ ອີ​ຢູ. ນີ້​ແມ່ນກອງ​ປະ​ຊຸມ​ສຸ​ດຍອດ​ຄັ້ງ​ທຳ​ອິດ​ໃນ​ຂອບ​ເຂດ​ຂໍ້​ຕົກ​ລົງ​ເຊື່ອມ​ໂຍງ​ລະ​ຫວ່າງ ຢູ​ແກຼນ ແລະ ອີ​ຢູ, ໃນ​ນັ້ນ​ເລື່ອງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຈະ​ສ້າງ​ບາ​ດ​ກ້າວ​ໃຫ້​ແກ່​ວິ​ວັດ​ການ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ດ້ານການ​ເມືອງ ແລະ ​ເສດ​ຖະ​ກິດ ຂອງ ຢູ​ແກຼນ ກັບ ອີ​ຢູ, ບົນ​ພື້ນ​ຖານ​ເຄົາ​ລົບ​ບັນ​ດາ​ຄຸນ​ຄ່າ​ລວມ ແລະ ເປີດ​ກ້​ວາງ​ມັນຢ່າງ​ມີ​ປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ