ກອງ​ປະ​ຊຸມສົນ​ທະ​ນາ​ຫາ​ລືກ່ຽວ​ກັບຍຸ​ດ​ທະ​ສາດການ​ຕ່າງ​ປະ​ເທດ-ປ້ອງ​ກັນ​ຊາດລະ​ຫວ່າງຫວຽດ​ນາມ-ອົດ​ສະ​ຕາ​ລີຄັ້ງ​ທີ 7

(VOVWORLD) -ວັນທີ 10 ທັນວາ, ທີ່ນະຄອນຫຼວງ Canberra (ອົດສະຕາລີ), ທ່ານຫງວຽນກວ໋ກຢຸ໊ງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມແລະທ່ານຫງວຽນຈ້ອງບິ່ງພົນເຮືອວ່າທີ່, ຮອງຫົວໜ້າເສນາທິການໃຫ່ຍກອງທັບປະຊາຊົນຫວຽດນາມພ້ອມກັບທ່ານ RiChard Maude ຮອງລັດຖະມົນຕີກະຊວງການຕ່າງປະເທດອົດສະຕາລີແລະທ່ານ Peter Tesch ຮອງລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີໄດ້ເປັນປະທານຮ່ວມກອງປະຊຸມສົນທະນາຫາລືກ່ຽວກັບຍຸດທະສາດການຕ່າງປະເທດ-ປ້ອງກັນຊາດ ຄັ້ງທີ 7.
ກອງ​ປະ​ຊຸມສົນ​ທະ​ນາ​ຫາ​ລືກ່ຽວ​ກັບຍຸ​ດ​ທະ​ສາດການ​ຕ່າງ​ປະ​ເທດ-ປ້ອງ​ກັນ​ຊາດລະ​ຫວ່າງຫວຽດ​ນາມ-ອົດ​ສະ​ຕາ​ລີຄັ້ງ​ທີ 7 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສົນທະນາ (ພາບ: TTXVN) 

ສອງຝ່າຍໄດ້ເຫັນດີເປັນເອກະພາບໃນການສ້າງລາຍໂຄງການປະຕິບັດການຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດໄລຍະປີ 2020-2023 ໂດຍໄວ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນ, ໃຫ້ບຸລິມະສິດອົງການສະຫະປະຊາຊາດແລະບັນດາກົນໄກທີ່ອາຊຽນຊັກຈູງ. ທ່ານຫງວຽນກວ໋ກຢຸ໊ງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຢັ້ງຢືນວ່າ: ໃນຖານະເປັນປະທານອາຊຽນໃນປີ 2020, ຫວຽດນາມຈະຕັ້ງໜ້າຮ່ວມກັບບັນດາປະເທດສະມາຊິກອາຊຽນນຳການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງອາຊຽນ-ອົດສະຕາລີເຂົ້າສູ່ລວງເລິກ, ແທດຈິງແລະມີປະສິດທິຜົນ.

        ສ່ວນຝ່າຍອົດສະຕາລີ ກໍຢັ້ງຢືນຈະໃຫ້ຄວາມເອົາໃຈໃສ່ໃນການໜູນຊ່ວຍບາງການເຄື່ອນໄຫວເຊິ່ງຫວຽດນາມຮັບຜິດຊອບການຈັດຕັ້ງໃນປີເປັນປະທານອາຊຽນປີ 2020 ແລະສະໜັບສະໜູນຫວຽດນາມໃນການສວມບົດບາດເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021.

        ທາງດ້ານຄວາມໝັ້ນຄົງແລະຄວາມປອດໄພໃນການເດີນເຮືອຢູ່ ທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງການເຄົາລົບກົດໝາຍສາກົນ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ລະບຽບກົດໝາຍ, ຈຳກັດແລະຫຼີກລ້ຽງບັນດາການເຄື່ອນໄຫວທີ່ເຮັດໃຫ້ສະພາບການມີຄວາມສັບສົນຂຶ້ນຕື່ມ; ສະໜັບສະໜູນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ(DOC)ຢ່າງຈິງຈັງແລະຄົບຖ້ວນແລະສະໜັບສະໜູນເລື່ອງອາຊຽນພ້ອມກັບຈີນຈະສຳເລັດການເຈລະຈາເພື່ອບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)ໃຫ້ໄດ້ໂດຍໄວ,ຢ່າງແທດຈິງ, ມີປະສິດທິຜົນແລະຮອບດ້ານ. ສອງຝ່າຍເຫັນດີເປັນເອກະພາບໃນການຈັກຕັ້ງກອງປະຊຸມສົນທະນາຫາລືກ່ຽວກັບຍຸດທະສາດການຕ່າງປະເທດ-ປ້ອງກັນຊາດຄັ້ງທີ 8 ໃນປີ 2020./.

                                ຫວຽດນາມ-ລັດເຊຍ, ນັກຂ່າວ VOV ປະຈຳຢູ່ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ