ກອງປະຊຸມສົມທົບກັນຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ ພັດທະນາເຂດຕາເວັນຕົກສຽງເໜືອ

ກອງປະຊຸມສົມທົບກັນຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ ພັດທະນາເຂດຕາເວັນຕົກສຽງເໜືອ - ảnh 1
ກອງ​ປະຊຸມກ່ຽວ​ກັບ​ການ​ສົມທົບ​ກັນ​ຄົ້ນຄວ້າ, ນຳ​ໃຊ້​ວິທະຍາສາດ, ​
ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້​ໃຫ້ການ​ພັດທະນາ​​​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ
( ພາບ: chinhphu.vn )


(vovworld) – ​    ຕອນ​ບ່າຍ​ວັນ​ທີ 10/7, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມກ່ຽວ​ກັບ​ການ​ສົມທົບ​ກັນ​ຄົ້ນຄວ້າ, ນຳ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້​ໃຫ້ການ​ພັດທະນາ​​​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ ຢ່າງ​ໝັ້ນຄົງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ສະ​ເໜີ​ໃຫ້​ມະຫາວິທະຍາ​ໄລ​​ແຫ່ງ​ຊາດຮ່າ​ໂນ້ຍ ​ເປັນ​ອົງການ​ຮັບຜິດຊອບປະຕິບັດ​ແຜນຮ່າງ​ລະດັບ​ລັດ​ກ່ຽວ​ກັບ​ການ​ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການພັດທະນາ​ເຂດຕາ​ເວັນ​ຕົກ​ສຽງ​ເໜືອຢ່າງ​ໝັ້ນຄົງ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ Nguyen Xuan Phuc ​ໄດ້​ເນັ້ນ​ໜັກ​ວ່າ.

“ພວກ​ຂ້າພະ​ເຈົ້າ​ກໍ​ເຫັນ​ດີ​ລາຍ​ງານ​ຕໍ່ນາຍົກລັດຖະມົນຕີ ​ອົງການ​ຮັບຜິດຊອບ​ແມ່ນມະຫາວິທະຍາ​ໄລ​​ແຫ່ງ​ຊາດຮ່າ​ໂນ້ຍ ດ້ວຍ​ຄວາມ​ເຊື້ອ​ໝັ້ນ​ວ່າ ມະຫາວິທະຍາ​ໄລ​​ແຫ່ງ​ຊາດຮ່າ​ໂນ້ຍ ​ຈະຖອດ​ຖອນ​ເອົາ​ບົດຮຽນທັງ​ດ້ານ​ດີ, ດ້ານ​ອ່ອນໃນການ​ຄົ້ນຄວ້າ​ກ່ອນ​ນີ້ ​ເພື່ອ​ສາມາດ​ຄົ້ນຄວ້າ​ແຜນ​ຮ່າງ​ທີ່​ສຳຄັນ​ນີ້ ຢ່າງ​ແທດ​ຈິງ,​ລະອຽດ, ​​ແນ​ໃສ່ນຳ​ໃຊ້​ເຂົ້າ​ໃນ​ສະພາບຕົວ​ຈິງ. ນີ້​ບໍ່​ແມ່ນ​ການ​ຄົ້ນຄວ້າ​ບັນດາ​ບັນຫາ​ໃໝ່, ​ດັ່ງ​ນັ້ນຕ້ອງ​ເຮັດ​ຄືແນວ​ໃດ​ໃຫ້ມີ​ລັັກສະນະ​ແທດ​ຈິງ​ກັບຊີວິດ​ສັງຄົມສາມາດ​ນຳ​ໃຊ້​ໄດ້”.

ຂ່າວ/ບົດ​ອື່ນ