ກອງປະຊຸມສະຫຼຸບ ວຽກງານບຳລຸງສ້າງ ນັກສຶກສາລາວ ຢູ່ຫວຽດນາມ ສົກຮຽນ 2012 – 2013

ກອງປະຊຸມສະຫຼຸບ ວຽກງານບຳລຸງສ້າງ ນັກສຶກສາລາວ ຢູ່ຫວຽດນາມ ສົກຮຽນ 2012 – 2013 - ảnh 1
(ທ່ານ​ສົມ​ພອນ​ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ຫວຽດນາມ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 22/01, ຢູ່​ຮ່າ​ໂນ້ຍ, ສະຖານທູ​ດລາວ​ປະຈຳ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ບຳລຸງ​ສ້າງ​ນັກ​ສຶກສາລາ​ວ ທີ່​ພວມ​ຮໍ່າຮຽນ​ຢູ່​ບັນດາ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ, ວິທະຍາ​ໄລ ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ສົກຮຽນ 2012 – 2013. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ​ ສົມ​ພອນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ​ຫວຽດນາມ, ທ່ານ ກອງສີ ແສງມະນີ, ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ກິລາ​ລາວ, ທ່ານ ​ເຈີ​ນກວາງ​ກຸ໋ຍ, ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ພ້ອມ​ກັບ​ການ​ນຳ​ບັນດາ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ ​ແລະ ນັກ​ສຶກສາລາ​ວ ທີ່ພວມ​ຮໍ່າຮຽນ​ຢູ່​ຫວຽດນາມ. ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ຕີ​ລາຄາ​ວິວັດ​ການ​ຮໍ່າຮຽນ​ຂອງ​ນັກ​ສຶກສາລາ​ວ ຢູ່​ຫວຽດນາມ ​ໃນ​ສົກຮຽນ 2012 – 2013 ​ແລະ ປະຕິບັດ​ຕາມ​ແຜນ​ຮ່າງ “ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ” ​ເຊິ່ງ 2 ລັດຖະບານ​ໄດ້​ລົງ​ນາມ ​ແລະ ປະຕິບັດ​ໃນ​ໄລຍະ 2011 – 2020.

        ​ໃນ​​ໄລ​ຍະ​ຜ່ານ​ມາ, ​ນັກ​ສຶກສາລາ​ວ ກວ່າ 6.000 ຄົນທີ່​ພວມ​ຮໍ່າຮຽນ​ຢູ່ບັນດາ​ໂຮງຮຽນ​ໃນ​ທົ່ວ​ປະ​ເທດ​ຂອງ​ຫວຽດນາມ. ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ການ​ຊ່ວຍ​ເຫຼືອ​ຂອງ​ພັກ, ລັດ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ວຽກ​ງານຄົ້ນຄວ້າ, ​ຮໍ່າຮຽນຂອງ​ນັກ​ສຶກສາລາ​ວ.  ທ່ານ​ສົມ​ພອນ​ ສີ​ຈະ​ເລີນ, ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ຫວຽດນາມ ​ເນັ້ນ​ໜັກ​ວ່າ.



ກອງປະຊຸມສະຫຼຸບ ວຽກງານບຳລຸງສ້າງ ນັກສຶກສາລາວ ຢູ່ຫວຽດນາມ ສົກຮຽນ 2012 – 2013 - ảnh 2
(ພິທີມອບ​ໃບ​ຍ້ອງຍໍ​ນັກຮຽນ​ດີ​ເດັນ)

​ແລະ​ກໍ່​ທີ່​ກອງ​ປະຊຸມ​ສະຫຼຸບ​ຄັ້ງ​ນີ້, ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ນັກຮຽນ, ນັກສຶກສາລາວ ທີ່​ດີ​ເດັ່ນ 1.255 ​ຄົນໃນສົກ​ຮຽນ 2012 – 2013.

ຂ່າວ/ບົດ​ອື່ນ