ກອງປະຊຸມສະຫຼຸບ ວຽກງານປີ 2011 ຂອງຄະນະຊີ້ນຳ ເຂດຕາເວັນຕົກ ສ່ຽງເໜືອ

ກອງປະຊຸມສະຫຼຸບ ວຽກງານປີ 2011 ຂອງຄະນະຊີ້ນຳ ເຂດຕາເວັນຕົກ ສ່ຽງເໜືອ - ảnh 1
ພັດທະນາເສດຖະກິດເຂດຕາເວັນຕົກສ່ຽງເໜືອ ສົມກັບຄວາມສາມາດບົ່ມຊ້ອນ

 ວັນ​ທີ 13/1, ຢູ່ນະຄອນ ອຽນ​ບ໋າ​ຍ, ​ແຂວງ​ອຽນ​ບ໋າ​ຍ, ຄະນະ​ຊີ້​ນຳ​​ເຂດຕາ​ເວັນ​ຕົກ​ສ່ຽງເໜືອ​ໄດ້​ຈັດ​ຕັ້ງ​ກ​ອງປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2011, ​ຜັນ​ຂະຫຍາຍ​ທິດ​ທາງ​ໜ້າ​ທີ່​ປີ 2012. ບົດ​ສະຫຼຸບ​ຂອງ​ຄະນະ​ຊີ້​ນຳ​​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຊີ້​ແຈງ​ວ່າ: ປີ 2011, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ຢູ່​​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ໄດ້​ມານະ​ພະຍາຍາມ​ບັນລຸ​ໄດ້​ໝາກຜົນ​ສຳຄັນ​ພໍ​ສົມຄວນ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ. ລະດັບ​ເຕີບ​ໂຕ GDP ທົ່ວ​ເຂດ​ບັນລຸ​ກ່ວາ 10%. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟູກ ຮຽກຮ້ອງ​​ໃຫ້ບັນດາ​ຄະນະ, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງຖີ່​ນຕ່າງໆຄວນ​ສຸມ​ໃສ່​ປຶກສາ​ຫາລື, ຊອກ​ຫາ​ບັນດາ​ທິດ​ທາງ​ໃຫ້​ແກ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ກ່າວ​ວ່າ:

“ທີ່​ກອງ​ປະຊຸມ​ນີ້, ຂ້າພະ​ເຈົ້າ​ສະ​ເໜີ​​ໃຫ້ພວກ​ເຮົາ​ຕ້ອງ​ສຸ​ມ​ໃສ່ຮັບ​ຟັງ ​ແລະ ປຶກສາ​ຫາລື​ບັນດາ​ບັນຫາ​ຄື: ທີ່​ໜຶ່ງ​ແມ່ນ​ບັນດາ​ບັນຫາ​ຂອງ​ເຂດ​ຕາ​ເວັນ​ຕົກ​ສ່ຽງເໜືອ ​ແລະ ບັນດາ​ບັນຫາ​ໄດ້​ວາງ​ອອກ​ຢູ່​ນີ້. ທີ່​ສອງ​ແມ່ນ​ບັນດາ​ບັນ​ຫາ​ວາງອອກ​ໃຫ້​ແກ່​ຄະນະ​ຊີ້ນ​ຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງເໜືອ. ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຕ້ອງ​ແມ່ນ​ຄະນະ​​ທີ່ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ເຂດ​ຕາ​ເວັນ​ຕົກ​ສ່ຽງເໜືອ”

ຂ່າວ/ບົດ​ອື່ນ