ກອງ​ປະ​ຊຸມ​ສະຫຼຸບຄຳ​ສັ່ງ​ເລັກ​ທີ 42 ຂອງ​ກົ​ມ ການ​ເມືອງ ( ຊຸດ​ທີ 8 )

ກອງ​ປະ​ຊຸມ​ສະຫຼຸບຄຳ​ສັ່ງ​ເລັກ​ທີ 42 ຂອງ​ກົ​ມ ການ​ເມືອງ ( ຊຸດ​ທີ 8 ) - ảnh 1
( ພາບ : http://chinh phu vn )

ກອງ​ປະ​ຊຸມ​ສະຫຼຸບຄຳ​ສັ່ງ​ເລັກ​ທີ 42 ຂອງ​ກົ​ມການ​ເມືອງ ( ຊຸດ​ທີ 8 ) ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຊີ້​ນຳນຳພາ​ຂອງ​ພັກ​ສຳລັບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ອົງການມະຫາຊົນທີ່​ຖືກ​ໄຂ​ຂື້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ມັງກອນ, ຢູ່ນະຄອນ ດາ​ນັ້ງ. ບົດ​ລາຍ​ງານ​ສະຫຼຸບ​ກອງ​ປະຊຸມ​​ຊີ້​ແຈງ​ວ່າ, ຜ່ານ​ 13 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ, ວຽກ​ງານ​ຊີ​້ນຳ​ນຳພາຂອງ​ອົງຄະ​ນະ​ພັກທີ່​ມີ​ຕໍ່​ບັນດາ ອົງການມະຫາຊົນ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ການຄຸມ​ຄອງ​ລັດ​ໄດ້​ຮັບ​ການ​ເພີ່ມ​ທະວີ, ການ​ປະສານ​ສົມທົບ​ກັບ​ອົງການມະຫາຊົນ​ໄດ້​ມີ​ບາດກ້າວ​ພັດທະນາ, ການ​ເຄື່ອນ​ໄຫວ​ຖືກ​ຕາມກົດໝາຍ, ກົດ​ລະບຽບ,  ຈຸດປະ​ສົງ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ກອງ​ປະຊຸມ, ທ່ານ ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ໄດ້​ເນັ້ນ​ໜັກ​ວ່າ, ຄຳ​ສັ່ງ​ເລກທີ 42 ຂອງ​ກົມ​ການ​ເມືອງ​ຊຸດ​ທີ 8 ​ໄດ້​ຢືນຢັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ​ທີ່​ມີ​ຕໍ່ບັນດາອົງການມະຫາຊົນ, ຍົກ​ສູງ​​ຄວາມ​ຮັບ​ຮູ້​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ບັນດາ​ອົງການ​ການ​ເມືອງກັບມະຫາຊົນ, ສືບ​ຕໍ່​ຫັນ​ບັນດາ​ຮູບ​ແບບ​ເຕົາ​ໂຮມປະຊາຊົນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​, ຕອບ​ສະ​ໜອງຄວາມ​ຕ້ອງການ, ຄວາມມູງມາດປາດ​ຖະໜາ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ.

“ ບົ່ນພື້ນຖານ​ບັນດາ​ໝາກຜົນ ​ແລະ ບົດຮຽນ, ພາຍຫຼັງ 13 ປີ ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ ​ແລະ ອິ່ງ​ໃສ່​ຄວາມ​ຮຽກຮ້ອງ​ທີ່​ມີ​ຕໍ່ການຈັດ​ຕັ້ງ​ ​ແລະ ການ​ເຄື່ອນ​ໄຫວຂອງບັນດາ ອົງການມະຫາຊົນ​ໃນ​ໄລຍະ​ປະຈຸ​ບັນ. ຂ້າພະ​ເຂົ້າ​ຂໍ້​ສະ​ເໜີ​ບັນດາ​ໜ້າ​ທີ່, ວິທີການ​ແກ້​ໄຂ​ເພື່ອ​ແນ​ໃສ່​ກຳນົດ​ທິດ, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການມະຫາຊົນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ”.

ຂ່າວ/ບົດ​ອື່ນ