ກອງ​ປະ​ຊຸມ​ສະຫຼຸບ​​ບັ້ນ​ຈຸດ​ສູງປາບ​ປາມອາ​ດຊະ​ຍາ​ກຳ​ຄ້າ​​ມະ​ນຸດ ລະ​ຫວ່າງ ຫວຽດ​ນາມ - ລາວ ແລ​ະ ກຳ​ປູ​ເຈຍ

(VOVWORLD) - ບັນດາຝ່າຍຄວນຍູ້ແຮງການໂຄສະນາກ່ຽວກັບການປ້ອງກັນ, ຕ້ານ ການຄ້າມະນຸດ, ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນໂດຍສະເພາະແມ່ນຢູ່ຕາມບັນດາສາຍບໍລິເວນຈຸດສຸມຂອງແຕ່ລະປະເທດ ແລະ ເຂດຊາຍແດນລະຫວ່າງສາມປະເທດ
ກອງ​ປະ​ຊຸມ​ສະຫຼຸບ​​ບັ້ນ​ຈຸດ​ສູງປາບ​ປາມອາ​ດຊະ​ຍາ​ກຳ​ຄ້າ​​ມະ​ນຸດ ລະ​ຫວ່າງ ຫວຽດ​ນາມ - ລາວ ແລ​ະ ກຳ​ປູ​ເຈຍ - ảnh 1ກອງປະຊຸມກອງປະຊຸມສະຫຼຸບບັ້ນຈຸດສູງປາບປາມອາດຊະຍາກຳຄ້າມະນຸດ ລະຫວ່າງ ຫວຽດນາມ - ລາວ ແລະ ກຳປູເຈຍໃນປີ 2018. (ພາບ: ບ໋າວເຫີນ/ daibieunhandan.vn

ວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ກົມຕຳຫຼວດອາຍາ, ກະຊວງຕຳຫຼວດ ຫວຽດນາມ; ກົມໃຫຍ່ຕຳຫຼວດແຫ່ງຊາດ, ກະຊວງ ພາຍໃນ ລາຊະອານາຈັກກຳປູເຈຍ ແລະ ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ຈັດກອງປະຊຸມສະຫຼຸບບັ້ນຈຸດສູງປາບປາມອາດຊະຍາກຳຄ້າມະນຸດ ລະຫວ່າງ ຫວຽດນາມ - ລາວ ແລະ ກຳປູເຈຍໃນປີ 2018.

        ທີ່ກອງປະຊຸມ, ຜູ້ຕາງໜ້າຂອງທັງສາມປະເທດໄດ້ປຶກສາຫາລືບັນດາຂໍ້ຈຳກັດ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນວຽກງານປ້ອງກັນ ແລະ ຕ້ານອາດຊະຍາກຳຄ້າມະນຸດ. ພ້ອມທັງໄຈ້ແຍກ ເຮັດແຈ້ງສາຍເຫດ, ຂໍ້ຄົງຄ້າງເພື່ອຖອດຖອນບົດຮຽນ ແລະ ເຫັນດີເປັນເອກະພາບຕໍ່ມາດຕະການແກ້ໄຂ, ຮັບປະກັນ ວຽກງານປ້ອງກັນ ແລະ ຕ້ານ ອາດຊະຍາກຳຄ້າມະນຸດບັນລຸໄດ້ປະສິດທິຜົນສູງໃນໄລຍະຈະມາເຖິງ.

        ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມ, ຕາງໜ້າກະຊວງຕຳຫຼວດ ຫວຽດນາມ, ທ່ານ ເລກຸ໊ຍເວືອງ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ສະເໜີໃຫ້ບັນດາຝ່າຍຄວນຍູ້ແຮງການໂຄສະນາກ່ຽວກັບການປ້ອງກັນ, ຕ້ານ ການຄ້າມະນຸດ, ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນໂດຍສະເພາະແມ່ນຢູ່ຕາມບັນດາສາຍບໍລິເວນຈຸດສຸມຂອງແຕ່ລະປະເທດ ແລະ ເຂດຊາຍແດນລະຫວ່າງສາມປະເທດ; ຮັກສາ, ນຳໃຊ້ບັນດາຊ່ອງຂໍ້ມູນຂ່າວສານຢ່າງມີໄຫວພິບ, ເສີມຂະຫຍາຍຄຸນປະໂຫຍດຂອງໂທລະສັບສາຍດ່ວນ; ກຳລັງສະເພາະກິດຂອງແຕ່ລະປະເທດຄວນສ້າງກົດລະບຽບການສົມທົບ, ຄົ້ນພົບ ແລະ ທຳລາຍລ້າງເພື່ອບໍ່ໃຫ້ບັນດາອົງການເຄືອຂ່າຍຂອງພວກອາດຊະຍາກອນເຄື່ອນໄຫວຢ່າງສັບສົນໃນເຂດຊາຍແດນລະຫວ່າງ 3 ປະເທດ…

ຕອບກັບ

ຂ່າວ/ບົດ​ອື່ນ