ກອງປະຊຸມສະຫຼຸບວຽກງານປີ 2019, ຜັນຂະຫຍາຍໜ້າທີ່ປີ 2020 ຂອງກຸ່ມບໍລິສັດອຸດສາຫະກຳຖ່ານຫີນ-ຊັບພະຍາກອນໂລຫະ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ໄດ້ຮຽກຮ້ອງໃຫ້ກຸ່ມບໍລິສັດ ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢ່າງມີປະສິດຜົນ.

ກອງປະຊຸມສະຫຼຸບວຽກງານປີ 2019, ຜັນຂະຫຍາຍໜ້າທີ່ປີ 2020 ຂອງກຸ່ມບໍລິສັດອຸດສາຫະກຳຖ່ານຫີນ-ຊັບພະຍາກອນໂລຫະ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກ່າວຄຳເຫັນຊີ້ນຳກອງປະຊຸມ

(ພາບ: VGP)

ຕອນເຊົ້າວັນທີ 10 ມັງກອນ ຢູ່ຮ່າໂນ້ຍ, ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມສະຫຼຸບວຽກງານປີ 2019, ຜັນຂະຫຍາຍໜ້າທີ່ປີ 2020 ຂອງກຸ່ມບໍລິສັດອຸດສາຫະກຳຖ່ານຫີນ-ຊັບພະຍາກອນໂລຫະຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງກຸ່ມບໍລິສັດດັ່ງກ່າວທີ່ໄດ້ປະຕິບັດລື່ນກາຍຄາດໝາຍທີ່ໄດ້ວາງອອກ. ກ່ຽວກັບໜ້າທີ່ປີ 2020, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ໄດ້ຮຽກຮ້ອງໃຫ້ກຸ່ມບໍລິສັດ ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢ່າງມີປະສິດຜົນ. ທ່ານກ່າວວ່າ.

          “ຫວຽດນາມ ພວມຢູ່ໃນໄລຍະຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພວກເຮົາຕ້ອງພັດທະນາຂະແໜງພະລັງງານ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ເຊິ່ງໃນນັ້ນພະລັງງານແມ່ນຄວາມຕ້ອງການທີ່ຂາດບໍ່ໄດ້ ແລະ ໃນນັ້ນ, ຂະແໜງຖ່ານຫີນກໍ່ມີການປະກອບສ່ວນຢ່າງໃຫຍ່ຫຼວງທີ່ສຸດ.”

* ແລະກໍ່ໃນວັນທີ 10 ມັງກອນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ກໍໄດ້ຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດ ຜັນຂະຫຍາຍໜ້າທີ່ປີ 2020. ກ່າວເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ໃສ່ໃຈວ່າ, ໃນປີ 2020, ທົ່ວຂະແໜງວັດທະນະທຳຕ້ອງກຳນົດໜ້າທີ່ຄວາມຮັບຜິດຊອບດ້ວຍຕົນເອງໃຫ້ສູງກວ່າອີກ, ປະກອບສ່ວນປຸກລຸກເຈດຈຳນົງຂອງຊາດ; ຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຄວນເອົາໃຈໃສ່ພັດທະນາຊາວຫວຽດນາມ ຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ