ກອງປະຊຸມສະຫລຸບ 2ປີແຫ່ງການຜັນຂະ ຫຍາຍປະຕິບັດຍຸດທະ ສາດຊ່ວຍໜູນດ້ານຕຸລາການ


ກອງປະຊຸມສະຫລຸບ 2ປີແຫ່ງການຜັນຂະ ຫຍາຍປະຕິບັດຍຸດທະ ສາດຊ່ວຍໜູນດ້ານຕຸລາການ - ảnh 1

(ພາບ: baoquangnam.com.vn)

 (vovworld)-  ຕອນ​ເຊົ້າວັນ​ທີ 17/1, ຢູ່​ຮ່າ​ໂນ້ຍ, ກະຊວງ​ຍຸດຕິ​ທຳ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ​ເພື່ອສະຫລຸບ 2 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຍຸດ​ທະ​ສາດ​ຊ່ວຍ​ເໜູນ​ດ້ານ​ຕຸລາການຢູ່​ຫວຽດນາມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ວອງ​ຈຸ​ລື​ວ ​ແລະ ລັດຖະມົນຕີ​ກະຊວງ​ຕຸລາການ​ຫວຽ​ດນາມ ຮ່າ​ຮຸ່ງ​ເກື່ອງ ​ເຂົ້າຮ່ວມ​ກອງ​ປະຊຸມຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ວອງ​ຈຸ​ລື​ວ ​ສະ​ເໜີ​ຕ້ອງ​ປ່ຽນ​ໃໝ່​ລະບຽບ​ກົດໝາຍ, ການຈັດຕັ້ງການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ດ້ານ​ຕຸລາການ, ຄົ້ນຄ້ວາ​ກົນ​ໄກ​ດຶງ​ດູດ, ປະສານ​​ແຫຼ່ງກຳລັງ​ໃຫ້​ແກ່​ການ​ເຄື​ອ່ນ​ໄຫວໜູນ​ຊ່ວຍ​ດ້ານ​ຕຸລາການ:

   “ຂ້າພະ​ເຈົ້າສະ​ເໜີ​ຕ້ອງ​ເອົາ​ໃຈ​ໃສ່​ຕໍ່​ການຄົ້ນຄວ້າ​ສ້າງ​ແຜນ​ຮ່າງ​ປ່ຽນ​ໃໝ່​ວຽກ​ງານ​ໜູນ​ຊ່ວຍ​ດ້ານ​ຕຸລາການ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ທ່ານນາຍົກລັດຖະມົນຕີ​ຮັບຮອງ​ເອົາ; ສະ​ເໜີ​ບັນດາ​ນະ​ໂຍບາຍ​ອັນ​ແທດ​ຈິ​ງ​ເພື່ອ​ຍູ້​ແຮງການ​ຫັນວຽກງານໜູນ​ຊ່ວຍ​ດ້ານ​ຕຸລາການ​ເປັນ​ວຽກ​ງານ​ຂອງ​ສັງຄົມ ດ້ວຍ​ບັນດາ​ມາດ​ຕະການ​ທີ່​ເໝາະ​ສົມກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ. ພ້ອມ​ທັງ​ປັບປຸງ​ນະ​ໂຍບາຍໜູນ​ຊ່ວຍ​ດ້ານ​ຕຸລາການ​​ ໃນ​ບັນດາ​​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ສິດທິ​ມະນຸດ, ສິດ​ຂອງ​ພົນລະ​ເມືອງ​ເພື່ອ​ໃຫ້ ປຊຊ ມີ​ຄວາມ​ເຂົ້າ​ໃຈ​ດ້ານ​ກົດໝາຍ“./.

ຂ່າວ/ບົດ​ອື່ນ