ກອງປະຊຸມສະຫລຸບ 5 ປີ ແຫ່ງການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບວຽກງານປ້ອງກັນ ແ

(vovworld) - ຕອນ​ບ່າຍ​ວັນ​ທີ 22/11, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ສະຫລຸບ 5 ປີ ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີກ່ຽວກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ​ໃນ​ສະພາບ​ການ​ໃຫມ່. ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສ​ະ​ເຫ​ນີ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ອຳນາດ​ການ​ປົກຄອງ​ບັນດາ​ແຂວງ, ນະຄອນ ຕ້ອງ​ຖື​​ເປັນ​ສຳຄັນວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ, ການ​ແຫ່​ຂະ​ບວນປະ​ທ້ວງ, ກໍ່​ຄວາມ​ວຸນວາຍຈະລາ​ຈົນ ​ແມ່ນ​ຫນ້າ​ທີ່​ສຳຄັນ​ເປັນ​ປະຈຳ, ລ່ຽນ​ຕິດ ​ແມ່ນ​ພາກສ່ວນ​ຫນຶ່ງ​ໃນ​ຫນ້າ​ທີ່​ສຳຄັນ​ແມ່ນ​ຮັບປະກັນຄວາມ​ໝັ້ນຄົງ, ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ທ່ານ​ນາຍົກລັດຖະມົນຕີ ສະ​ເຫ​ນີ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ ຄວນ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ, ສຶກສາ​ນ້ຳ​ໃຈ​ຮັກ​ຊາດ, ມີ​ຄວາມ​ຮັບຜິດຊອບ ​ແລະ ຫນ້າ​ທີ່​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ໃຫ້​ແກ່​ປະຊາຊົນ​ທຸກ​ຄົນ, ພ້ອມ​ທັງ​ເສິມ​ຂະຫຍາຍ​ກຳລັງ​ແຮງ​ທົ່ວ​ລະບົບ​ການ​ເມືອງ​ປະຕິບັດ​ຈຸດໝາຍ, ຫນ້າ​ທີ່​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ຄວາມ​ໝັ້ນຄົງ, ການ​ເມືອງ, ຄວາມ​ເປັນ​ລະບຽບຮຽບຮ້ອຍ, ຄວາມ​ປອດ​ໄພ​ທາ​ງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ