ກອງປະຊຸມສະຫລຸບ 5 ປີແຫ່ງການເຄື່ອນໄຫວ ຂອງສະຖາບັນຄົ້ນຄ້ວາ ນິຕິບັນຍັດ

ກອງປະຊຸມສະຫລຸບ 5 ປີແຫ່ງການເຄື່ອນໄຫວ ຂອງສະຖາບັນຄົ້ນຄ້ວາ ນິຕິບັນຍັດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ
ພາບ:internet


vovworld)- ຕອນ​ເຊົ້າ​ວັນ​ທີ 14/8 ຢູ່ ຮ່​າ​ໂນ້ຍ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິບັນຍັດ​ຂຶ້ນ​ກັບ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ 5 ປີ​ແຫ່ງ​ການ​ເຄື່ອນ​ໄຫວ. ​ໃນ 5 ປີຜ່ານມາ, ສະ​ຖາ​ບັນດັ່ງກ່າວ​ໄດ້​ເຕົ້າ​ໂຮມນັກວິທະຍາ​ສາດ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫລວງຫລາຍ. ສະ​ຖາ​ບັນ ​ໄດ້ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ອັນ​ດີງາມ​ກັບ​ສະຖານທູດ​ຂອງ​ຫລາຍ​ປະ​ເທດ ​ແລະ ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຮ່ວມ​ມື​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ. ກ່າວ​ຄຳ​ເຫັນ​ທີ່ີກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໄດ້​ຕີ​ລາຄາ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຖາ​ບັນ​ນິຕິ​ບັນຍັດ​ໃນ​ໄລຍະ​ຜ່ານ​ມາ. ​ເມື່ອ​ເວົ້າ​ເຖິງ​ຫນ້າ​ທ່ີ​ຂອງ​ສະ​ຖາ​ບັນ​ໃນ​ໄລຍະ​ຈະ​ມາ​ເຖິງ,​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໄດ້​ເນັ້ນ​ຫນັກ​ວ່າ:

     “ຂ້າພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ສະ​ຖາ​ບັນ​ເຕົ້າ​ໂຮມ​ກຳລັງ​ຄົ້ນ​ຄ້ວາ​ວິທະຍາສາດ​ຂອງ​ທັງ​ປະ​ເທດ​ກ່ຽວ​ກັບ​ບັນຫາ​ນິຕິບັນຍັດ. ທີ​ສອງ ສະ​ຖາ​ບັນ ​ເປີດ​ກວ້າງ​ຂອບ​ເຂດ​ການ​ເຄື່ອນ​ໄຫວ, ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ, ຕັ້ງຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ທີ ສາມ​ເຮັດ​ແນວ​ໃດ​ຮອດ​ປີ 2020 ​ ສະ​ຖາ​ບັນຕ້ອງການ​ເປັນ​ສູນກາງ​ທີ່​ໄວ​້​ເນື້ອ​ເຊື່ອ​ໃຈ​ຂອງ​ລັດ​ກ່ຽວ​ກັບ​ດ້ານ​ນິຕິບັນຍັດ, ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ ​ແລະ ກາຍ​ເປັນ​ສູນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ນັກວິທະຍາສາດ ຫວຽດນາມ ​ແລະ ​ໂລກ​ກ່ຽວ​ກັບ​ດ້ານ​ນິຕິບັນຍັດ.”

ຂ່າວ/ບົດ​ອື່ນ