ກອງປະຊຸມສະຫລຸບ 6 ເດືອນຕົ້ນປີຂອງສະພາແຂ່ງຂັນ - ຍ້ອງຍໍສູນກາງ

(VOVWORLD) - ຕອນບ່າຍວັນທີ 11 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ປະທານສະພາແຂ່ງຂັນ - ຍ້ອງຍໍສູນກາງ ເປັນປະທານກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ 2018 ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2018.
ກອງປະຊຸມສະຫລຸບ 6 ເດືອນຕົ້ນປີຂອງສະພາແຂ່ງຂັນ - ຍ້ອງຍໍສູນກາງ  - ảnh 1 ກອງປະຊຸມສະຫລຸບ 6 ເດືອນຕົ້ນປີຂອງສະພາແຂ່ງຂັນ - ຍ້ອງຍໍສູນກາງ  (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງວຽກງານແຂ່ງຂັນ - ຍ້ອງຍໍໃນ 6 ເດືອນຕົ້ນປີທີ່ບັນລຸໄດ້ໝາກຜົນຢ່າງດີງາມ ດ້ວຍບັນດາຂະບວນການແຂ່ງຂັນເຂົ້າສູ່ລວງເລິກ. ທ່ານນາຍົກລັດຖະມົນຕີກໍ່ຕີລາຄາບັນດາຂະບວນການແຂ່ງຂັນໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ, ມີການປ່ຽນແປງໃໝ່ກ່ຽວກັບຮູບການແຂ່ງຂັນ ແລະ ຕິດພັນກັບການປະຕິບັດໜ້າທີ່ເສດຖະກິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດຂອງປະເທດຊາດ.

        ແຕ່ນີ້ຮອດທ້າຍປີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ ສືບຕໍ່ເສີມຂະຫຍາຍຄວາມໝາຍສຳຄັນຂອງການສະເຫຼີມສະຫຼອງ 70 ປີແຫ່ງວັນປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ. ເລື່ອງຈັດຕັ້ງບັນດາຂະບວນການຕ້ອງແທ້ຈິງ, ແທດຈິງ, ເສີມຂະຫຍາຍປະຊາທິປະໄຕ, ມຸ່ງໄປເຖິງບັນດາຂົງເຂດຄື: ກະສິກຳ, ຊົນນະບົດໃໝ່, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ