ກອງປະຊຸມສະຫລຸບວຽກງານຖະແຫຼງຂ່າວການຕ່າງປະເທດ

(VOVWORLD) -  ວັນທີ 28 ທັນວາ, ທີ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກໄດ້ສົມທົບກັບຄະນະຊີ້ນຳວຽກງານຖະແຫຼງຂ່າວການຕ່າງປະເທດສູນກາງພັກ

ຈັດຕັ້ງກອງປະຊຸມທົ່ວປະເທດສະຫລຸບວຽກງານຖະແຫຼງຂ່າວການຕ່າງປະເທດ; ໂຄສະນາທະເລ, ໝູ່ເກາະ ແລະ ຂີດຂັ້ນເສັ້ນຊາຍແດນ, ປັກຫຼັກໝາຍ, ຄຸ້ມຄອງຊາຍແດນປີ 2018; ຜັນຂະຫຍາຍໜ້າທີ່ປີ 2019.

ກອງປະຊຸມສະຫລຸບວຽກງານຖະແຫຼງຂ່າວການຕ່າງປະເທດ - ảnh 1 ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງທຸກຂັ້ນ, ທຸກຂະແໜງ, ທ້ອງຖິ່ນ, ຫົວໜ່ວຍຕ່າງໆໃນການເພີ່ມທະວີການເຄື່ອນໄຫວວຽກງານຖະແຫຼງຂ່າວການຕ່າງປະເທດ, ໂຄສະນາທະເລໝູ່ເກາະ, ຂີດຂັ້ນເສັ້ນຊາຍແດນ, ປັກຫຼັກໝາຍ ແລະ ຄຸ້ມຄອງຊາຍແດນທາງບົກ, ປະກອບສ່ວນສຳຄັນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ປະເທດຊາດພັດທະນາ.

        ທີ່ກອງປະຊຸມ, ຄະນະໂຄສະນາສຶກສາສູນກາງໄດ້ມອບໃບຍ້ອງຍໍໃຫ້ 28 ໝູ່ຄະນະ ແລະ ບຸກຄົນ 9 ຄົນ ທີ່ມີຜົນງານດີເດັ່ນໃນວຽກງານຖະແຫຼງຂ່າວການຕ່າງປະເທດ; ໂຄສະນາທະເລ, ໝູ່ເກາະ, ຂີດຂັ້ນເສັ້ນຊາຍແດນ, ປັກຫຼັກໝາຍ ແລະ ຄຸ້ມຄອງຊາຍແດນທາງບົກໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ