ກອງປະຊຸມສະໄໝສາມັນຄັ້ງທີ 8 ຈະຮັບຮອງເອົາ ບັນດາກົດໝາຍກ່ຽວຂ້ອງເຖິງການຈັດຕັ້ງກົງຈັກລັດ

ກອງປະຊຸມສະໄໝສາມັນຄັ້ງທີ 8 ຈະຮັບຮອງເອົາ ບັນດາກົດໝາຍກ່ຽວຂ້ອງເຖິງການຈັດຕັ້ງກົງຈັກລັດ - ảnh 1
(ພາບປະກອບ: TTXVN)

(vovworld) – ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 8, ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ຈະ​ຮັບຮອງ​ເອົາ​ບັນດາ​ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງ​ຈັກ​ລັດ. ​ໃນ​ຈຳນວນ​ບັນດາ​ກົດໝາຍ ມີ​ກົດໝາຍ​ວ່າດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ (ສະບັບ​ປັບ​ປຸງ), ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ (ສະບັບ​ປັບ​ປຸງ), ກົດໝາຍ​ວ່າ​ດ້ານ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ກົດໝາຍ​ວ່າ​ດ້ວຍການຈັດ​ຕັ້ງ​ສານ​ປະຊາຊົນ (ສະບັບ​ປັບ​ປຸງ), ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​​ໄອ​ຍະ​ການ​ປະຊາຊົນ (ສະບັບ​ປັບ​ປຸງ). ຮ່າງ​ກົດ​ໝາຍວ່າ​ດ້ວຍ​ການຈັດ​ຕັ້ງສະພາ​ແຫ່ງ​ຊາດ (ສະບັບ​ປັບ​ປຸງ) ​ມີ​ການ​ແບ່ງ​ງານ, ໜ້າທີ່​, ສິດຂອງ​ບັນດາ​ອົງການ​ສະພາ​ແຫ່ງ​ຊາດຢ່າງ​ລະອຽດ, ກະຈ່າງ​ແຈ້ງ ເພື່ອ​ຫຼີກລ້ຽງ​ສະພາບ​ຊັບ​ຊ້ອນ, ບໍ່​ຫັນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ເປັນ​ບໍລິຫານ. ​  ລັດຖະທຳ​ມະນູນ​ປີ 2013 ມີ​ບັນດາ​ຂໍ້​ກຳນົດ​ໃໝ່​ກ່ຽວກັບອັດຕາ​ອົງການ​ສິດຈັດ​ຕັ້ງ​ອຳນາດ​ຂອງ​ລັດ ຮຽກຮ້ອງ​ຕ້ອງ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ​ປີ 2001, ພິ​ເສດ​ແມ່ນ​ກຳນົດ​ກ່ຽວ​ກັບ​ລັດຖະບານ​ ​ແລະ ການ​ພົວພັນ​ຂອງ​ລັດຖະບານ​ກັບ​ບັນດາອົງການ​ສິດອຳນາດອື່ນໆ.

        ຮ່າງກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໄດ້ຮັບ​ການ​ກໍ່ສ້າງ​ເພື່ອ​​ໃຫ້ການຈັດ​ຕັ້ງ​ອຳ​ນາດ​ການ​ປົກຄອງ​ທ້ອງ​ຖິ່ນ​​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ປີ 2013; ຮັບປະກັນ​​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ