ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ ຫວຽ​ດນາມ ຊຸດ​ທີ 13 ສືບຕໍ່ເຮັດວຽກ

(vovworld) - ຮ່າງ​ກົດໝາຍສະບັບ​ປັບປຸງ, ​ເພີ່ມ​ເຕີມ​ມາດຕາ 170 ຂອງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ໄດ້​ນຳ​ມາ​ປຶກສາ​ຫາລື​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ໃນ​ຕອນ​ບ່າຍ​ວັນ​ທີ 5/6, ​ໃນ​ຂອບ​ເຂດກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ ຫວຽ​ດນາມ ຊຸດ​ທີ 13.

        ​ທີ່​ການ​ປຶກສາ​ຫາລື, ມີບາງ​ຄຳ​ເຫັນ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ຮ່າງ​ກົດໝາຍ​ສະບັບປັບປຸງ, ​ເພີ່ມ​ເຕີມ​ມາດຕາ 170 ຂອງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ, ຖື​ວ່າ ​ໃນ​ສະພາບ​ການທີ່​ບັນດາ​ວິ​ສາ​ຫະກິດ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາ​ກຫລາຍ​ຢ່າງ ​ແລະ ບາງ​ມາດ​ຕະການ​ໜູນ​ຊ່ວຍ​ຂອງ​ລັດຖະບານ​ຕ້ອງ​ມີ​ເວລາ​ຕື່ມ​ອີກ​ເພື່ອ​ປະຕິບັດນັ້ນ, ​ເລື່ອງ​ພິຈາລະນາ​ປັບປຸງ​ມາດຕາ 170 ຂອງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ແມ່ນ​ຈຳ​ເປັນ.  ວຽກ​ງານ​ນີ້ ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່ມີ​​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ສືບຕໍ່ຮັກສາ​ການ​ເຄື່ອນ​ໄຫວ, ສ້າງ​ພື້ນຖານ​ນິຕິ​ກຳ​ເພື່ອ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ທີ່ມີ​​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ ທີ່​ຍັງ​ບໍ່​ທັນ​ຈົດ​ທະບຽນ​ຄືນ​ໃໝ່​, ປະຕິບັດ​ໂຄງການ​ລົງທຶນ​ໃໝ່ ​ແລະ ​ເປີດ​ກ້ວາງ​ການລົງທຶນ​ຢູ່ ຫວຽດນາມ. ທ່ານ ຫງວຽນ​ກົງ​ຮົ່ງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ດົ່ງ​ນາຍ ສະ​ເໜີ​ວ່າ:

“ສະພາ​ແຫ່ງ​ຊາດ​ອາດ​ຈະ​ປັບປຸງ​ມາດຕາ 170. ​ແຕ່​ຂ້າພະ​ເຈົ້າ​ສະ​ເໜີ​ວ່າ: ສຳລັບ​ບັນດາ​ວິ​ສາ​ຫະກິດ​​ເຊິ່ງໃບ​ອະນຸຍາດ​ລົງທຶນ​ຍັງ​ມີ​ກຳນົດເວລາຕ້ອງ​ກຳນົດ​​ແຈ້ງ​ວັນເວລາ​ເພື່ອ​ຈົດ​ທະບຽນຄືນ​ໃໝ່. ນັບທັງ​ບັນດາ​ວິ​ສາ​ຫະກິດ​ທີ່ມີ​ໃບ​ອະນຸຍາດ​ລົງທຶນ​ໝົດກຳນົດ​​ເວລາ, ຖ້າ​ຫາກ​ຈົດ​ທະບຽນ​ຄືນ​ໃໝ່ ກົດໝາຍ​ກໍ່​ຕ້ອງ​ກຳນົດ​​ເວລາ​​ແນ​ໃສ່ຈົດ​ທະບຽນ​ລະອຽດ​ເພື່ອ​ຮັບປະກັນ​ຄວາມເປັນ​ເອກະ​ພາບ, ​ເຄົາລົບ​ກົດໝາຍ”


ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ ຫວຽ​ດນາມ ຊຸດ​ທີ 13 ສືບຕໍ່ເຮັດວຽກ - ảnh 1
ສສຊ​ໄດ້​ປຶກສາ​ຫາລື​​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​​ລາຍການສ້າງ​ກົດໝາຍລັດຖະບັນ​ຍັດ​ປີ 2014
ພາບ:internet

ກ່ອນໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 5/6, ບັນດາ​ສະມາຊິກ​ສະພາ​ແຫ່​ງຊາດ (ສສຊ) ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​​ລາຍການສ້າງ​ກົດໝາຍລັດຖະບັນ​ຍັດ​ປີ 2014, ປັບປຸງ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຊຸດ​ທີ 13 ​ແລະ ປີ 2013 ຂອງ​ສະພາ​ແຫ່ງ​ຊາດ. ຕາມ​ຫນັງສື​ສະ​ເຫ​ນີ​ແລ້ວ,​ ລາຍການ​ສ້າງ​ກົດໝາຍ, ລັດຖະບັນ​ຍັດ​ປີ 2014 ຊື່​ງລວມມີ: 36 ຮ່າງ​ກົດໝາຍ; ​ເພີ່ມ​ເຕີມ ​ແລະ ປັບປຸງ​ຄວາມ​ຄືບ​ຫນ້າ​ຂອງ​ຮ່າງ​ກົດໝາຍ 13 ສະບັບ, ຮ່າງ​ມະຕິ​ 1 ສະບັບຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃນ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2013; ​ເພີ່ມ​ເຕີມຮ່າງ​ກົດໝາຍ 6 ສະບັບ, ລັດຖະບັນຍັດ 2 ສະບັບ, ຮ່າງ​ມະຕິ 1 ສະບັບ​ເຂົ້າ​ໃນ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ກ່າວ​ຄຳ​ເຫັນ​ກ່ຽວ​ກັບ​​ເນື້ອ​ໃນ​ດັ່ງກ່າວ, ສສຊ ຫລາຍ​ທ່ານ​ເຫັນ​ດີ​ກັບ​ເລື່ອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ພິຈາລະນາ ນຳ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າດ້ວຍ​ການປະກັນ​​ສຸຂະພາບ​ເຂົ້າ​ລາຍການ​ດຳ​ເນີນ​ງາ​ນຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ຈະ​ໄດ້​ຮັບ​ການ​ພິຈາລະນາຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ເທື່ອ​ທີ 7 ຍ້ອນ​ວ່າ ນີ້​ແມ່ນ​ບັນຫາ​ຮ້ອນ​ເຮັ່ງ.

ຕອນ​​ເຊົ້າ​ວັນ​ດຽວກັນ, ບັນດາ ສສຊ  ​ໄດ້​ຮັບ​ຟັງ​ຫນັງສື​ສະ​ເຫ​ນີ ​ແລະ​ບົດ​ລາຍງານ​ກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະ​ຢັດ​, ຕ້ານ​ການ​ຟຸມ​ເຟືອຍ​ສະບັບ​ປັບປຸງ.

ຂ່າວ/ບົດ​ອື່ນ