ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສືບຕໍ່ເຮັດວຽກ

(VOVWORLD) - ໃນແງ່ມູມ 2 ຝ່າຍ, ຫວຽດນາມ ແລະ ອັງກິດ ມີການພົວພັນ FTA 2 ຝ່າຍ. ເລື່ອງ ອັງກິດ ເຂົ້າເປັນສະມາຊິກ CPTPP ຈະປະກອບສ່ວນປັບປຸງບົດບາດຂອງ ຫວຽດນາມ ສຳລັບ ອັງກິດ ຢູ່ພາກພື້ນນີ້
ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສືບຕໍ່ເຮັດວຽກ - ảnh 1

        ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 08 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃບສະເໜີກ່ຽວກັບການໃຫ້ສັດຕະຍາບັນເອກະສານຂໍເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານຂ້າມປາຊີຟິກ (CPTPP) ຂອງລາຊະອານາຈັກອັງກິດ ແລະ ອຽກລັງເໜືອ.

        ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໃຫ້ຮູ້ວ່າ, ວັນທີ 01 ກຸພາ 2021, ລາຊະອານາຈັກ ອັງກິດ ໄດ້ສົ່ງໃບຂໍເຂົ້າເປັນສະມາຊິກ CPTPP. ວັນທີ 16 ມິຖຸນາ ປີ 2023, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ພ້ອມກັບລັດຖະມົນຕີບັນດາປະເທດ CPTPP ແລະ ລາຊະອານາຈັກ ອັງກິດ ໄດ້ລົງນາມໃນເອກະສານເຂົ້າເປັນສະມາຊິກ CPTPP ຂອງ ອັງກິດ, ນຳປະເທດນີ້ກາຍເປັນສະມາຊິກລົງນາມທີ 12 ຂອງສັນຍາ.

        ຕີລາຄາຜົນກະທົບຂອງເລື່ອງ ອັງກິດ ເຂົ້າເປັນສະມາຊິກ CPTPP, ທ່ານນາງຮອງປະທານປະເທດໃຫ້ຮູ້ວ່າ, ໃນແງ່ມູມ 2 ຝ່າຍ, ຫວຽດນາມ ແລະ ອັງກິດ ມີການພົວພັນ FTA 2 ຝ່າຍ. ເລື່ອງ ອັງກິດ ເຂົ້າເປັນສະມາຊິກ CPTPP ຈະປະກອບສ່ວນປັບປຸງບົດບາດຂອງ ຫວຽດນາມ ສຳລັບ ອັງກິດ ຢູ່ພາກພື້ນນີ້; ປະກອບສ່ວນຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນການຮ່ວມມືດ້ານເສດຖະກິດສາກົນ ແລະ ການພົວພັນ 2 ຝ່າຍກັບ ອັງກິດ. ພິເສດ, ເລື່ອງ ອັງກິດ ຮັບຮອງກົດລະບຽບການຕະຫຼາດຂອງ ຫວຽດນາມ ກໍ່ມີຄວາມໝາຍສຳຄັນ, ສ້າງພື້ນຖານເພື່ອໃຫ້ ຫວຽດນາມ ສືບຕໍ່ຂົນຂວາຍບັນດາປະເທດອື່ນ, ໃນນັ້ນມີ ອາເມລິກາ ຮັບຮູ້ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ