ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14: ປ່ຽນແປງໃໝ່, ປະດິດຄິດສ້າງ ເພື່ອພັດທະນາແບບຍືນຍົງ

(VOVWORLD) -ຕອນເຊົ້າວັນທີ 31 ຕຸລາ, ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ສືບຕໍ່ປຶກສາຫາລືກ່ຽວກັບໝາກຜົນຂອງການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ວິທີຈັດແບ່ງງົບປະມານສູນກາງປີ 2020.
ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14: ປ່ຽນແປງໃໝ່, ປະດິດຄິດສ້າງ ເພື່ອພັດທະນາແບບຍືນຍົງ - ảnh 1 (ພາບປະກອບ:quochoi.vn)

        ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງຕໍ່ສັນຍານຕັ້ງໜ້າກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ດ້ວຍບັນດາຕົວເລກທີ່ໜ້າຊື່ນຊົມ ແລະ ສະເໜີໃຫ້ສ້າງນະໂຍບາຍ, ກົດໝາຍ ໃຫ້ສອດຄ່ອງກັບການຜັນແປຢ່າງໄວວາຂອງສະພາບການເສດຖະກິດ-ສັງຄົມ ຕໍ່ໜ້າຜົນກະທົບຂອງການປະຕິວັດອຸດສາຫະກໍາຄັ້ງທີ 4. ທ່ານ ຫງວຽນແທັ່ງກົງ, ສະມາຊິກສະພາແຫ່ງຊາດ ແຂວງນິງບິ່ງ ຖືວ່າ: ໃນເບ້ື້ອງຕົ້ນ, ປະຊາຊົນ ແລະ ວິສາຫະກິດຫວຽດນາມ ໄດ້ນໍາໃຊ້ບັນດາເຕັກໂນໂລຢີໃໝ່ເຂົ້າໃນການຜະລິດດໍາເນີນທຸລະກິດ; ຕັ້ງໜ້າກໍ່ສ້າງບັນດາຕະຫຼາດການຄ້າເອເລັກໂຕນິກ, ໝູນໃຊ້ຮູບແບບເສດຖະກິດແບ່ງປັນ ແລະ ການດໍາເນີນທຸລະກິດຮູບແບບໃໝ່ເຂົ້າໃນການສະໜອງສິນຄ້າ, ການບໍລິການ.       

        ເມື່ອປຶກສາຫາລືກ່ຽວກັບບັນດາມາດຕະການພັດທະນາວິທະຍາສາດເຕັກໂນໂລຢີຮັບໃຊ້ໃຫ້ແກ່ການພັດທະນາການຜະລິດ, ເສດຖະກິດ ແລະ ຊີວິດການເປັນຢູ, ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ຈູງອັກແອັງ ເນັ້ນໜັກວ່າ ບັນດາມະຕິຂອງພັກ, ລັດ, ລັດຖະບານ ແລະ ກົດໝາຍສະບັບຕ່າງໆ ... ໄດ້ສ້າງກອບນິຕິກໍາໃຫ້ແກ່ວິທະຍາສາດ, ເຕັກໂນໂລຢີພັດທະນາ ແລະ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ.

        “ຂະແໜງວິທະຍາສາດ ແລະ ເຕັກໂນໂລຢີ ຈະຕັດສິນໃຈ ແລະ ສ້າງມາດຕະການເພື່ອພັດທະນາຢ່າງແຮງ. ເດືອນທັນວາຈະມາເຖິງນີ້ ຈະຈັດຕັ້ງກອງປະຊຸມຫັນປ່ຽນນະໂຍບາຍທົ່ວປະເທດ ເພື່ອຊຸກຍູ້ວິສາຫະກິດນໍາໃຊ້, ຖ່າຍທອດເຕັກໂນໂລຢີຢ່າງແທ້ຈິງ ແລະ ປ່ຽນແປງໃໝ່ເຕັກໂນໂລຢີ, ມຸ່ງໄປເຖິງການປະດິດຄິດສ້າງເຕັກໂນໂລຢີ ແລະ ທ່ານນາຍົກລັດຖະມົນຕີຈະເປັນປະທານກອງປະຊຸມເພື່ອສໍາຫຼວດກວດກາຄືນ, ແກ້ໄຂບັນດາຂໍ້ຄົງຄ້າງທັງໝົດກ່ຽວກັບລະບອບລະບຽບການຕ່າງໆເພື່ອສຸມໃສ່ຂົງເຂດສໍາຄັນ

ນີ້.”

ແລະ ທີ່ວາລະປຶກສາຫາລືກ່ຽວກັບສະພາບການເສດຖະກິດ ສັງຄົມ ແລະ ງົບປະມານແຫ່ງລັດ ທີ່ກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ທ່ານ ຫງວຽນວັນເຖ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ໄດ້ອະພິປາຍ ເຮັດແຈ້ງ ບາງບັນຫາ ຊື່ງ ສະມາຊິກສະພາແຫ່ງຊາດ ມີຄວາມສົນໃຈ ກ່ຽວກັບການຮັບປະກັນດ້ານຄົມມະນາຄົມເຊື່ອມຕໍ່ເຂດ ແລະ ບັນດາໂຄງການຈຸດສຸມ. ທ່ານ ຫງວຽນວັນເຖ ແລ້ວ ໃຫ້ຮູ້ວ່າ: ປະຈຸບັນ ຫວຽດນາມ ມີທາງຫລວງ ຍາວກວ່າ 24.500 ກິໂລແມັດ ແລະ ເສັ້ນທາງຄວາມໄວສູງ ເກືອບ 2000 ກິໂລແມັດ, ນີ້ແມ່ນບັນດາເສັ້ນທາງເຊື່ອມຕໍ່ລະຫວ່າງບັນດາແຂວງ ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາດ້ານຂົນສົ່ງທາງບົກ. ນອກນັ້ນ ຫວຽດນາມ ມີສະຫນາມບິນ 22 ແຫ່ງ ແລະ ມີເສັ້ນທາງແຄມທະເລ ຍາວກວ່າ 3.200 ກິໂລແມັດ, ກະຊວງຄົມມະນາຄົມ ພວມພັດທະນາການຂົນສົ່ງແຄມທະເລ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການການເຊື່ອມຕໍ່ລະຫວ່າງເຂດ.

 

ຕອບກັບ

ຂ່າວ/ບົດ​ອື່ນ