ກອງ​ປະ​ຊຸມ​ສ​າ​ກົນ ກ່ຽວ​ກັບ​ການ​​ສ້າງ​ເສັ້ນ​​ຊາຍ​ແດນ ລາວ - ຫວຽດ​ນາມ ແຫ່ງສັນ​ຕິ​ພາບ, ມິດ​ຕະ​ພາບ, ຮ່ວມ​ມື​ພ້ອມ​ກັນ​ພັດ​ທ​ະ​ນາ​ ປີ 2022

(VOVWORLD) -ແນວໂຮມສອງປະເທດ ໄດ້ເປັນເອກະສັນກັນໃນໄລຍະ 2022-2025, ສືບຕໍ່ປະຕິບັດ ວຽກງານໂຄສະນາຢ່າງມີປະສິດທິຜົນ ເພື່ອໃຫ້ປະຊາຊົນສອງປະເທດ ເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າກ່ຽວກັບປະຫວັດສາດແຫ່ງການພົວພັນອັນດີງາມ, ໃສແຈ້ງ, ເປັນແບບຢ່າງ, ຊື່ສັດບໍລິສຸດ, ສາມັກຄີມິດຕະພາບແບບພິເສດລະຫວ່າງສອງຊາດ ຫວຽດນາມ-ລາວ; ຍົກສູງຄວາມຮັບຮູ້ ໃຫ້ປະຊາຊົນທຸກຊັ້ນວັນນະຢູ່ເຂດຊາຍແດນ ລະຫວ່າງສອງຊາດ ກ່ຽວກັບການສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ.
ກອງ​ປະ​ຊຸມ​ສ​າ​ກົນ ກ່ຽວ​ກັບ​ການ​​ສ້າງ​ເສັ້ນ​​ຊາຍ​ແດນ ລາວ - ຫວຽດ​ນາມ  ແຫ່ງສັນ​ຕິ​ພາບ, ມິດ​ຕະ​ພາບ, ຮ່ວມ​ມື​ພ້ອມ​ກັນ​ພັດ​ທ​ະ​ນາ​ ປີ 2022 - ảnh 1ກອງປະຊຸມສາກົນ ກ່ຽວກັບການສ້າງເສັ້ນຊາຍແດນ ລາວ - ຫວຽດນາມ  ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ ປີ 2022 (ພາບ: ເຈິ່ນຕວັນ - ນັກຂ່າວ VOV ປະຈຳ ລາວ)

ກອງປະຊຸມໂດຍ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວ ສ້າງຊາດສົມທົບກັນຈັດຕັ້ງ ໃນວັນທີ 22 ພະຈິກ, ຢູ່ແຂວງສະຫວັນນະເຂດ (ລາວ). ຢູ່ທີ່ນີ້, ແນວໂຮມສອງປະເທດ ໄດ້ເປັນເອກະສັນກັນໃນໄລຍະ 2022-2025, ສືບຕໍ່ປະຕິບັດ ວຽກງານໂຄສະນາຢ່າງມີປະສິດທິຜົນ ເພື່ອໃຫ້ປະຊາຊົນສອງປະເທດ ເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າກ່ຽວກັບປະຫວັດສາດແຫ່ງການພົວພັນອັນດີງາມ, ໃສແຈ້ງ, ເປັນແບບຢ່າງ, ຊື່ສັດບໍລິສຸດ, ສາມັກຄີມິດຕະພາບແບບພິເສດລະຫວ່າງສອງຊາດ ຫວຽດນາມ-ລາວ; ຍົກສູງຄວາມຮັບຮູ້ ໃຫ້ປະຊາຊົນທຸກຊັ້ນວັນນະຢູ່ເຂດຊາຍແດນ ລະຫວ່າງສອງຊາດ ກ່ຽວກັບການສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ.

        ສອງຝ່າຍເປັນເອກະສັນກັນສືບຕໍ່ຂົນຂວາຍ ແລະ ເປັນຂົວເຊື່ອມຕໍ່ໃຫ້ແກ່ວິສາຫະກິດສອງປະເທດ ລົງທຶນ ແລະ ພັດທະນາພື້ນຖານໂຄງລ່າງ, ເຂດເສດຖະກິດ, ສູນການຄ້າຢູ່ບັນດາດ່ານຊາຍແດນ, ບັນດາໂຄງການພັດທະນາເສດຖະກິດ - ສັງຄົມ; ພັດທະນາ ແລະ ໂຄສະນາຜະລິດຕະພັນທ່ອງທ່ຽວ ເພື່ອຂຸດຄົ້ນການທ່ອງທ່ຽວ ລະຫວ່າງສອງປະເທດ, ໂດຍສະເພາະແມ່ນການພັດທະນາ ລາຍການທ່ອງທ່ຽວຢູ່ບັນດາແຂວງຊາຍແດນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຢູ່ເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ