ກອ​ງ​ປະ​ຊຸມ​ສ​າ​ກົນ ຮັບ​ຮອງ​ເອົາ​ບົດ​ສະຫຼຸບ​ຊຸກ​ຍູ້​ການ​ຫາ​ສຽງ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ຢູ່ ລີ​ບີ

(VOVWORLD) - ກອງປະຊຸມສາກົນກ່ຽວກັບ ລີບີ ຄັ້ງທີ 2 ໄດ້ປິດລົງໃນວັນທີ 23 ມິຖຸນາ ຢູ່ ເບີລິນ ດ້ວຍການອອກຖະແຫຼງການສິ້ນສຸດກອງປະຊຸມລວມມີ 58 ເນື້ອໃນ ແນໃສ່ຊຸກຍູ້ການສ້າງສັນຕິພາບ ແລະ ດໍາເນີນບັນດາການເລືອກຕັ້ງຕ່າງໆຢູ່ ລີບີ, ຄາດວ່າຈະຈັດຂຶ້ນໃນວັນທີ 24 ທັນວາ ຈະມາເຖິງ.
ກອ​ງ​ປະ​ຊຸມ​ສ​າ​ກົນ ຮັບ​ຮອງ​ເອົາ​ບົດ​ສະຫຼຸບ​ຊຸກ​ຍູ້​ການ​ຫາ​ສຽງ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ຢູ່ ລີ​ບີ - ảnh 1ນາຍທະຫານຢູ່ ລີບີ (ພາບ: THX/TTXVN)

ບັນດາຝ່າຍເຂົ້າຮ່ວມກອງປະຊຸມ ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາສຳລັບຂໍ້ສະຫຼຸບຕ່າງໆທີ່ໄດ້ຍົກອອກໃນກອງປະຊຸມສາກົນ ກ່ຽວກັບ ລີບີ ເມື່ອເດືອນ ມັງກອນ  2020 ພ້ອມທັງຮັບຮູ້ວ່າ ສະພາບການຢູ່ປະເທດນີ້ ໄດ້ມີການປົວແປງຫຼາຍພໍສົມຄວນ ນັບແຕ່ເມື່ອກອງປະຊຸມທຳອິດ. ບັນດາປະເທດເຂົ້າຮ່ວມກໍເຫັນວ່າ ຕ້ອງມານະພະຍາຍາມຫຼາຍກວ່າອີກ ເພື່ອແກ້ໄຂສາຍເຫດທີ່ກໍ່ໃຫ້ເກີດການປະທະກັນຕົ້ນຕໍ, ປັບປຸງອະທິປະໄຕຂອງ ລີບີ ແລະ ຟື້ນຟູສັນຕິພາບ, ວັດທະນາຖາວອນໃຫ້ແກ່ປະຊາຊົນ ລີບີ.

        ບັນດາປະເທດ ກໍເຫັນດີຮຽກຮ້ອງໃຫ້ບັນດາກຳລັງຕ່າງປະເທດ ແລະ ທະຫານຮັບຈ້າງຖອນຕົວອອກຈາກ ລີບີ ໃນທັນທີ ແລະ ຢັ້ງຢືນຄືນຄຳໝັ້ນສັນຍາກ່ຽວກັບວິວັດທະນາການການເມືອງ ໂດຍ ສປຊ ເປັນກາງ, ລີບີເປັນເຈົ້າ, ກໍຄືອະທິປະໄຕ, ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມສາມັກຄີແຫ່ງຊາດຂອງ ລີບີ. 

ຕອບກັບ

ຂ່າວ/ບົດ​ອື່ນ