ກອງປະຊຸມສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ

ກອງປະຊຸມສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ - ảnh 1
ກອງ​ປະຊຸມ​ສາມຫຼ່ຽມ​ພັດທະນາ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ (CLV) ຄັ້ງ​ທີ 1 ຢູ່ກຳປູເຈຍ
(ພາບ: Chí Hùng/Vietnam+)

(vovworld) - ​ໃນ​ວັນ​ທີ 16 – 17/7, ຢູ່​ນະຄອນຫຼວງ ພະນົມ​ເປັນ, ​ປະ​ເທດ ກຳ​ປູ​ເຈຍ​ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສາມຫຼ່ຽມ​ພັດທະນາ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ (CLV) ຄັ້ງ​ທີ 1. ​ເມື່ອ​ສິ້ນ​ສຸດ​ກອງ​ປະຊຸມ, ຫົວໜ້າ​ຄະນະ​ຜູ້​ແທນ​ຂອງ​ສະພາ​ແຫ່ງ​ຊາດ 3 ປະ​ເທດ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລວມມີ 9 ຂໍ້, ​ໃນ​ນັ້ນ​ໄດ້​ຍົກ​ສູງ​ຄວາມ​ສຳຄັນ​ຂອງ​​ເຂດ 3 ຫຼ່ຽມພັດທະນາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ສັນຕິພາບ, ພ້ອມ​ທັງ​ເນັ້ນ​ໜັກ​ເລື່ອງ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ 3ຝ່າຍ. ບົດ​ບັນທຶກ​ຊ່ວຍ​ຈຳ​ລວມ​ໄດ້​ເນັ້ນ​ໜັກ​ຄວາມ​ຮັບຜິດ​ຊອບ​ຂອງ​ວົງ​ການ​ເຈົ້າ​ໜ້າ​ທີ່ 3 ຝ່າຍ​ໃນ​ການ​ສະ​ກັດ​ກັ້ນ ​ແລະ ຕ້ານ​ອາດຊະຍາກຳ​ຂ້າມ​ຊາດ, ​ການ​ຄ້າ​ມະນຸດ ​ແລະ​ ຄ້າຂາຍ​ຢາ​ເສບ​ຕິດ, ກໍ່​ຄື​ປະຕິບັດ​ການ​ຮ່ວມ​ມື 2 ຝ່າຍ, ຫຼາຍຝ່າຍ​ເພື່ອ​ແນ​ໃສ່​ສ້າງ​​ເງື່ອນ​ໄຂ​ສະດວກ​​ໃຫ້ການ​ໄປ - ມາ​ເຂດ​ຊາຍ​ແດນ ​ແລະ ​ແລກປ່ຽນ​ສິນຄ້າ​ຢູ່​ເຂດ 3 ຫຼ່ຽມພັດທະນາ. ນ​​ອກຈາກ​ນັ້ນ, 3 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ຮັກສາ​ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ​ກໍ່​ຄື​ກັບ​ບັນດາ​ຄູ່​ຮ່ວມ​ມື​ອື່ນ​ເພື່ອ​ພັດທະນາ​ພາກ​ພື້ນ, ພ້ອມ​ທັງ​ເນັ້ນ​ໜັກ​​ເລື່ອງ​ເພີ່ມ​ທະວີ ​ແລະ ປັບປຸງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ກົດໝາຍ​ຂ​ອງ 3 ປະ​ເທດ​ຢູ່​ເຂດ 3  ຫຼ່ຽມພັດທະນາ. ກອງ​ປະຊຸມ​ໄດ້​ຕົກລົງ​ພັດ​ປ່ຽນ​​ກອງ​ປະຊຸມ​ຄັ້ງ​ທີ 2 ຢູ່ລາວ ​ໃນ​ປີ 2015.


ຂ່າວ/ບົດ​ອື່ນ