ກອງປະຊຸມສໍາມະນາສາກົນ ກ່ຽວກັບທະເລຕາເວັນອອກ - ຊ່ອງແບ່ງປັນຂໍ້ມູນສໍາຄັນກ່ຽວກັບທະເລຕາເວັນອອກ

(VOVWORLD) - ໂດຍສືບຕໍ່ມູນເຊື້ອຂອງການແລກປ່ຽນຢ່າງກົງໄປກົງມາ ແລະ ເປີດອົກເປີດໃຈໃນຕະຫຼອດ 10 ປີຜ່ານມາ, ກອງປະຊຸມສໍາມະນາສາກົນ ກ່ຽວກັບທະເລຕາເວັນອອກຄັ້ງທີ 11 ເຊິ່ງພວມດໍາເນີນຢູ່ຮ່າໂນ້ຍນັ້ນ ນັບມື້ນັບດຶງດູດຄວາມສົນໃຈຈາກວົງການນັກຮຽນຮູ້, ນັກຄົ້ນຄວ້າ, ນັກຊ່ຽວຊານດ້ານກົດໝາຍທັງຢູ່ພາຍໃນ ແລະ ຕ່າງປະເທດ.
ກອງປະຊຸມສໍາມະນາສາກົນ ກ່ຽວກັບທະເລຕາເວັນອອກ - ຊ່ອງແບ່ງປັນຂໍ້ມູນສໍາຄັນກ່ຽວກັບທະເລຕາເວັນອອກ - ảnh 1ກອງປະຊຸມສໍາມະນາສາກົນ ກ່ຽວກັບທະເລຕາເວັນອອກຄັ້ງທີ 11 ດຶງດູດຄວາມສົນໃຈຈາກວົງການນັກຮຽນຮູ້, ນັກຄົ້ນຄວ້າ, ນັກຊ່ຽວຊານດ້ານກົດໝາຍທັງຢູ່ພາຍໃນ ແລະ ຕ່າງປະເທດ (ພາບ: TTXVN)

        ນັກຄົ້ນຄວ້າ Bill Hayton ຢູ່ໂຄງການ ອາຊີ - ປາຊີຟິກ ສັງກັດສະຖາບັນ ກ່ຽວກັບການພົວພັນຕ່າງປະເທດ ອັງກິດ ຕີລາຄາວ່າ:

        “ຜ່ານການຈັດຕັ້ງມາເປັນເວລາ 10 ປີ, ບັນດາຫົວຂໍ້ທີ່ນໍາມາປຶກສາຫາລືຢູ່ກອງປະຊຸມສໍາມະນານັບມື້ນັບມີຄວາມລະອຽດ ແລະ ແທດຈິງກວ່າເກົ່າ. ກອງປະຊຸມສໍາມະນາດັ່ງກ່າວ ໄດ້ຊ່ວຍຕີລາຄາບັນດາການຜັນແປຫຼ້າສຸດ, ຮັບຮູ້ບັນດາກໍາລັງຄອບງໍາ ແລະ ຊອກຫາວິທີການແກ້ໄຂຢ່າງມີປະສິດທິຜົນ ເພື່ອຄຸ້ມຄອງ, ແກ້ໄຂການຂັດແຍ້ງກັນ ກໍຄື ຊຸກຍູ້ການຮ່ວມມືຢູ່ທະເລຕາເວັນອອກ ແລະ ບັນດາເຂດກ່ຽວຂ້ອງ”.

        ກອງປະຊຸມສໍາມະນາຄັ້ງທີ 11 ນີ້ ກໍດຶງດູດການເຂົ້າຮ່ວມຂອງວົງການທະນາຍຄວາມຫວຽດນາມ ເປັນຈໍານວນຫຼາຍ. ທ່ານປະລິນຍາເອກ ຮວ່າງງອກຢາວ, ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍ, ກົດໝາຍ ແລະ ພັດທະນາ ຖືວ່າ: ຫວຽດນາມ ແລະ ບັນດາປະເທດ ອາຊຽນ ຕ້ອງມີຄວາມເຫັນດີເຫັນພ້ອມ ເພື່ອພ້ອມກັບຈີນ ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC). 

ຕອບກັບ

ຂ່າວ/ບົດ​ອື່ນ