ກອງປະຊຸມສຳມະນາ “ກົດໝາຍວ່າດ້ວຍເອົາປະຊາມະຕິ - ບາງບັນຫາ ທິດສະດີ ແລະ ພຶດຕິກຳຕົວຈິງ”

ກອງປະຊຸມສຳມະນາ “ກົດໝາຍວ່າດ້ວຍເອົາປະຊາມະຕິ - ບາງບັນຫາ ທິດສະດີ ແລະ ພຶດຕິກຳຕົວຈິງ” - ảnh 1

(ກອງ​ປະຊຸມ​ສຳ​ມະ​ນາ “ກົດໝາຍ​ວ່າ​ດ້ວຍການ​​ເອົາ​ປະຊາ​ມະຕິ

- ບາງ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ”)

(vovworld) – “ກົດໝາຍ​ວ່າ​ດ້ວຍເອົາ​ປະຊາ​ມະຕິ - ບາງ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ສະມາຄົມ​ທະນາຍຄວາມ ຫວຽດນາມ ຈັດ​ຕັ້ງ​ເມື່ອ​ວັນ​ທີ 4/6 ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາ​ທຳ​ອິດ​ໄດ້​ຮັບ​ການ​ຈັດ​ຕັ້ງ​​ເພື່ອ​ຮັບ​ໃຊ້​ໃຫ້​ການ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ເອົາປະຊາ​ມະຕິ ​ໂດຍ​ສະມາຄົມ​ທະນາຍຄວາມ ຫວຽດນາມ ​ເປັນ​ເຈົ້າ​ການ​ຮຽບຮຽງ. ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້ສຸມ​ໃສ່​ເຮັດ​ແຈ້ງທາດ​ແທ້, ​ເນື້ອ​ໃນ ​ແລະ ຄວາມຮຽກຮ້ອງຕ້ອງການຂອງການ​ເອົາປະຊາ​ມະຕິ​, ​ແນວ​ຄິດ ​ໂຮ່ຈີ​ມິນ, ທັດສະນາ​ຂອງ​ພັກ​ກອມ​ມູນິດ ​ແລະ ລັດ ຫວຽດນາມ ກ່ຽວ​ກັບ​ການ​​ເອົາ​ປະຊາ​ມະຕິ; ບັນດາ​ຮູບ​ແບບ​ປະຊາທິປະ​ໄຕ ​ແລະ ​ເອົາ​ປະຊາ​ມະຕິ​, ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​​ເອົາ​ປະຊາ​ມະຕິ​, ການ​ເລື​ອກຕັ້ງ, ​ເອົາ​ປະຊາ​ມະຕິ​ ​ແລະ ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ.​.​​. ສາດສະດາຈານ, ດຣ ​ເລ​ມິນ​ເຕີມ, ຮອງ​ປະທານ ທັງ​ເປັນ​ເລຂາ​ທິການ​ໃຫຍ່​ສະມາຄົມ​ທະນາຍຄວາມ​ ຫວຽດນາມ, ຊີ້​ແຈ້ງວ່າ:

“ການ​​ເອົາປະຊາ​ມະຕິ​​ແມ່ນມາ​ຕາ​ເກນ​ທີ່ມີ​ລັກສະນະ​ປະຫວັດສາດ, ປະກົດ​ຕົວ ​ແລະ ພັດທະນາ​ພ້ອມ​ກັບ​ການ​ພັດທະນາ​ຂອງ​ປະຊາທິປະ​ໄຕ. ການ​​ເອົາປະຊາ​ມະຕິ​​ແມ່ນ​ຄຸນຄ່າ​​ໂດຍ​ປະຊາຊົນ​ປະດິດ​ສ້າງ​ໃນ​ວິວັດແຫ່ງ​ການຈັດ​ຕັ້ງ, ປະຕິບັດ​ສິດ​ອຳນາດ​​ແຫ່ງ​ລັດ, ການ​ສ້າງ, ປະຕິບັດ​ກົດໝາຍ ​ແລະ ການ​ດຳເນີນ​ບັນດາ​ຂະບວນວິວັດ​ປະຊາທິປະ​ໄຕ​ໃນ​ຊີວິດ​ສັງຄົມ. ການ​​ເອົາປະຊາ​ມະຕິ​​​ແມ່ນ​ຮູບ​ການ​ປະຊາທິປະ​ໄຕ ​ໂດຍ​ກົງ, ​ແມ່ນ​ເຄື່ອງມືເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ສິດ​ອຳນາດ​ຂອງ​ຕົນ. ການ​​ເອົາປະຊາ​ມະຕິ​​ແມ່ນ​ຄຸນ​ຄ່າ​ຂອງ​ວັດທະນະທຳ​ການ​ເມືອງ, ນິຕິ​ກຳ ​ແລະ ປະຊາທິປະ​ໄຕ.”

ຂ່າວ/ບົດ​ອື່ນ