ກອງປະຊຸມສຳມະນາ ປີເອເປັກ 2017

ກອງປະຊຸມສຳມະນາ ປີເອເປັກ 2017  - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​
ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ
ທີ່​ກອງ​ປະຊຸມ​ສຳ​ມະ​ນາ

(vovworld) - ທີ່​ກອງ​ປະຊຸມ​ສຳ​ມະ​ນາ “ປີ​ເອ​ເປັກ 2017: ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເອ​ເປັກ ທີ່​ຂະຫຍັນ​ຂັນ​ເຄື່ອນ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ​ແລະ ສະໜິດ​ຕິດ​ພັນ“ ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 24/6, ຢູ່​ຮ່າ​ໂນ້ຍ ນັ້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ຢືນຢັນ​ວ່າ, ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ເວທີ​ປາ​ໄສ​ເອ​ເປັກ ປີ 2017 ​ແມ່ນ​ໜຶ່ງ​ໃນ​ບັນດາ​ວຽກ​ງານ​ການ​ຕ່າງປະ​ເທດ​ຈຸດ​ສຸມ​ຂອງ​ຫວຽດນາມ ​ເຖິງ​ປີ 2020. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຊີ້​ແຈ້ງວ່າ, ​ເລື່ອງ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເອ​ເປັກ ​ເທື່ອ​ທີ​ສອງ​ນັ້ນ​, ​ແມ່ນ​ການ​ປະກອບສ່ວນ​ສຳຄັນຂອງ​ຫວຽດນາມ​ ໃຫ້​ແກ່​ເວທີ​ປາ​ໄສ​ໃນ​ສະພາບ​ການ​ໃໝ່. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽ​ດນາມ ສະ​ແດງ​ຄວາມ​ຕັດສິນ​ໃຈ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ​ ເພີ່ມ​ພູນ​ຄູນ​ສ້າງ​ນຳ້​ໃຈ​ມິດຕະພາບ, ການ​ຮ່ວມ​ມື ​ແລະ ຄວາມ​ສະໜິດ​ຕິດ​ພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື, ບັນດາ​ວິ​ສາ​ຫະກິດ ​ແລະ ​ເພື່ອນ​ມິດ​ໃນ​ພາກ​ພື້ນ. ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ຈຸດປະສົງ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ບູ່​ຍ​ແທງ​ເຊີນ, ​ໃຫ້​ຮູ້​ວ່າ:

“ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ຈຸດໝາຍ, ​ແນວທາງ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ກັບ​ສາກົນ. ທີ​ສອງ​ແມ່ນ, ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ເໝາະ​ສົມ​ກັບ​ທ່າ​ອ່ຽງລວມຂອງ​ພາກ​ພື້ນ, ​ນັ້ນ​ແມ່ນ​ຮ່ວມ​ສຳພັນ​ເສດຖະກິດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຮງ. ຫວຽດນາມ​ເຊື່ອມ​ໂຍງ​ກັບ​ເອ​ເປັກ, ​ເພີ່ມ​ທະວີ​ການ​ປະກອບສ່ວນ​ເຂົ້າ​ເອ​ເປັກ ​ເພື່ອ​ໃຫ້​ເອ​ເປັກ​ ນັບ​ມື້​ນັບ​ພັ​ດທະນາ, ​ແຕ່​ກໍ່​ນຳ​ໃຊ້​ເຂົ້າ​ໃນ​ການ​ການ​ພັດທະນາ​ພື້ນ​ຖານ​ເສດຖະກິດ​ຂອງ​ຫວຽດນາມ. ກອງ​ປະຊຸມ​ເອ​ເປັກ 2017 ກໍ່​ຈະ​ຊ່ວຍ​ໂຄສະນາ​ຮູບ​ພາບ​ປະ​ເທດ​ຫວຽດນາມ​ ທີ່​ຂະຫຍັນ​ຂັນ​ເຄື່ອນ, ປ່ຽນ​ໃໝ່ ​ແລະ ປະສົບ​ຜົນສຳ​ເລັດ​ຫຼາຍ​ຢ່າງ. ນັ້ນ​ແມ່ນ​ປັດ​ໃຈ​ສະດວກ​ຂອງ​ຫວຽດນາມ​“.

 

ຂ່າວ/ບົດ​ອື່ນ