ກອງປະຊຸມສຳມະນາ ສາກົນ“ຕົວຈິງແລະ ການເຊື່ອມໂຍງໃນການ ພັດທະນາວຽກງານ ສັງຄົມຢູ່ຫວຽດນາມ“


ກອງປະຊຸມສຳມະນາ ສາກົນ“ຕົວຈິງແລະ ການເຊື່ອມໂຍງໃນການ ພັດທະນາວຽກງານ ສັງຄົມຢູ່ຫວຽດນາມ“ - ảnh 1

ສະພາບ​ການ​ຢູ່ກອງ​ປະຊຸມ​ສຳ​ມະ​ນາ

 (ພາບ: http://doanthanhnien.vn)

(vovworld)-ວັນ​ທີ 10/11, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ສະຫະ​ສະມາຄົມ​ສອນ​ວິຊາ​ຊີບ ​ແລະ ອາຊີບ​ວຽກ​ງານ​ສັງຄົມ​ຫວຽດນາມ ສົມທົບ​ກັບ​ກອງ​ທຶນ​ເຍົາວະ​ຊົນ ສະຫະປະຊາ​ຊາດ ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ຕົວ​ຈິງ ​ແລະ ການ​ເຊື່ອມ​ໂຍງ​ໃນ​ການ​ພັດທະນາ​ວຽກ​ງານ​ສັງຄົມ​ຢູ່​ຫວຽດນາມ“.

   ຕາມ​ຂ່າວ​ຈາກກອງ​ປະຊຸມ​ສຳ​ມະ​ນາ, ປະຈຸ​ບັນ, ມີ​ຜູ້​ອາຍຸ​ສູງ​ເກືອບ 9 ລ້ານ​ຄົນ, ຄົນ​ພິການ 6,7 ລ້ານ​ຄົນ, ​ເດັກນ້ອຍປະສົບ​ກັບ​ຄວາມ​ຫຍຸ້ງຍາກ 1,5 ລ້ານ​ຄົນ, ຄອບຄົວ​ທຸກ​ຍາກ​ປະມານ 9,6% ​ແລະ ຜູ້​ຕິດ​ເຊື້ອ HIV, ຢາ​ເສບ​ຕິດ, ​ໂສ​ເພນີ​ນັບ​ຮ້ອຍ​ຄົນ…​ຕ້ອງການ​​​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ບັນດາ​ການ​ບໍລິການ​ວຽກ​ງານ​ສັງຄົມ.

  ​ໃນ​ໄລຍະ​ຜ່ານ​ມາ, ພັກ, ລັດ​ໄດ້​ປະກາດ​ໃຊ້​ບັນດາແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ທີ່​ແທດ​ຈິງ ພ້ອມ​ທັງ​ໜູນ​ຊ່ວຍ​ດ້ານ​ເຮືອນ​ຢູ່, ການ​ສຶກສາ, ສອນ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ….​ປະຕິບັດ​ແຜນ​ຮ່າງ​ພັດທະນາ​ອາຊີບ​ວຽກ​ງານ​ສັງຄົມ, ຮາກຖານກ່ຽວ ຂ້ອງ​ເຖິງການ​ສະໜອງບໍລິການ​ວຽກ​ງານ​ສັງຄົມ​ໃນ​ທົ່ວ​ປະ​ເທດ​ໄດ້​ຂຶ້ນ​ເຖິງ  432 ​ແຫ່ງ ດ້ວຍ​ຈຳນວນ​ພະນັກງານ, ພາລະ​ກອນ​ແມ່ນ 35.000 ຄົນ./.

ຂ່າວ/ບົດ​ອື່ນ