ກອງປະຊຸມສຳມະນາ “ໂຮ່ຈີມິນ - ຟ້າມວັນດົ່ງ - ຫວໍງວຽນຢາບ“

ກອງປະຊຸມສຳມະນາ “ໂຮ່ຈີມິນ - ຟ້າມວັນດົ່ງ - ຫວໍງວຽນຢາບ“ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 5/3, ສະມາຄົມ​ສົ່ງ​ເສີມ​ການ​ຮຽນ​ແຂວງ​ເຊີນ​ລາ ​ແລະ ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສັງຄົມ​ຮຳ່ຮຽນ, ສະມາຄົມ​ສົ່ງ​ເສີມ​ການ​ຮຽນ​ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ ກອງ​ປະຊຸມ​ສຳ​ມະ​ນາ “​ໂຮ່ຈີ​ມິນ - ຟ້າ​ມວັນ​ດົ່ງ - ຫວໍ​ງວຽນ​ຢາ​ບ ບັນດາ​ແນວ​ຄິດ​ໃຫຍ່​ກ່ຽວ​ກັບ​ການ​ກໍ່ສ້າງ​ສັງຄົມ​ແຫ່ງ​ການ​ຮຳ່ຮຽນ, ການ​ຮຽນ​ເປັນ​ປະຈຳ, ຮຽນ​ຕະຫຼອດ​ຊີວິດ ​ເພື່ອ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​ປະຊາຊົນ ​ແລະ ບຳລຸງ​ສ້າງ​ຜູ້​ທີ​ມີ​ຄວາມ​ສາມາດ“.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຄົ້ນ​ຄ້ວາ ​ແລະ​ຜູ້​ແທນ​ແຂວງ​ຕ່າງໆ​ໄດ້​ລາຍ​ງານ 18 ຫົວ​​ເລື່ອງ​ສະ​ເພາະ, ປະກອບ​ຄວາມ​ເຫັນ​ເຊັ່ນ: “​ໂຮ່ຈີ​ມິນ - ຟ້າ​ມວັນ​ດົ່ງ - ຫວໍ​ງວຽນ​ຢາ​ບ ບັນດາ​ແນວ​ຄິດ​ໃຫຍ່​ກ່ຽວ​ກັບ​ການ​ກໍ່ສ້າງ​ສັງຄົມ​ແຫ່ງ​ການ​ຮຳ່ຮຽນ, ການ​ຮຽນ​ເປັນ​ປະຈຳ, ຮຽນ​ຕະຫຼອດ​ຊີວິດ“; “​ໂຮ່ຈີ​ມິນ - ຟ້າ​ມວັນ​ດົ່ງ - ຫວໍ​ງວຽນ​ຢາ​ບ ບັນດາຜູ້​ກໍ່​ຕັ້ງ​ພື້ນຖານ​ການ​ສຶກສາ​ປະຕິວັດ ​ແລະ ທັດສະນະ​ກ່ຽວ​ກັບ​ການ​ກໍ່ສ້າງ​ສັງຄົມ“; “ຜູ້​ໃດ​ກໍ່​ໄດ້​ຮັບ​ການ​ຮຳ່ຮຽນ“ … ສາດສະດາຈານ, ດຣ​. ຟ້າ​ມ​ເຕິ​ດຢອງ, ຮອງ​ປະທານ​ສະມາຄົມ​ສົ່ງ​ເສີມ​ການ​ຮຽນ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ສຳລັບ​ແນວ​ຄິດ​ຮຳ່ຮຽນ​ຕະຫຼອດ​ຊີວິດ​ຂອງ​ປະທານ​ ໂຮ່ຈີ​ມິນ, ນີ້​ແມ່ນ​ບັນຫາ​ໃຫຍ່, ​ເຊິ່ງນັບ​ແຕ່​ເມື່ອ​ພັກໄດ້​ຮັບ​ການ​ສ້າງ​ຕັ້ງ​, ປະທານ​ ໂຮ່ຈີ​ມິນ ໄດ້​ເວົ້າ​​ເຖິງການ​ສຶກສາ​ໃຫ້​ແກ່​ທຸກ​ຄົນ ​ແລະ ປະຈຸ​ບັນ ​ໂລກ​ກໍ່​ເວົ້າ​ເຖິງ​ການ​ສຶກສາ​ໃຫ້​ແກ່​ທຸກ​ຄົນ​ເຊັ່ນ​ກັນ. ດ້ວຍ​ແນວ​ຄິດ​ດັ່ງກ່າວ ພ້ອມ​ກັບ​ວິທີ​ການ​ຮຳ່ຮຽນ​ຂອງ​ເພິ່ນ, ​ແມ່ນ​ຮຽນ​ດ້ວຍ​ຕົນ​ເອງ, ຮຽນ​ຕະຫຼອດ​ຊີວິດ, ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຜູ້​ໃດ​ກໍ່​ໄດ້​ຮັບ​ການ​ຮຳ່ຮຽນ ​ແລະ ຜູ້​ໃດ​ກໍ່​ສາມາດ​ຮຽນ​ດ້ວຍ​ຕົນ​ເອງ​ໄດ້, ນັ້ນ​ແມ່ນ​ສິ່ງ​ສຳຄັນ​ກວ່າ​ໝູ່. ບັນ​ຫາ​ທີ​ສອງ​ເຊິ່ງຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ທີ່​ສຸດ​ນັ້ນ​ແມ່ນ​ບັນຫາ​ສຶກສາ​ໃຫ້​ຜູ້​ໃຫຍ່“

ຂ່າວ/ບົດ​ອື່ນ