ກອງປະຊຸມສຳມະນາກ່ຽວກັບ ວັດທະນະທຳທະເລ, ໝູ່ເກາະ

ກອງປະຊຸມສຳມະນາກ່ຽວກັບ    ວັດທະນະທຳທະເລ, ໝູ່ເກາະ - ảnh 1
ພາບປະກອບ:internet

 (vovworld) - ວັນ​ທີ 6/11, ພະ​ແນ​ກວັດທະນະທຳ​ກິລາ ​ແລະ ການທ່ອງທ່ຽວ​ແຂວງ Khanh Hoa ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ຮຽບຮຽງ, ຄົ້ນ​ຄ້ວາ​ບັນດາ​ຄຸນຄ່າ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ວັດທະນະທຳ​ ທະ​ເລ, ໝູ່​ເກາະ ຢູ່ ​ແຂວງ Khanh Hoa. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ບັນຫາ​ວັດທະນະທຳ ທະ​ເລ, ໝູ່​ເກາະຕິດ​ພັນ​ກັບ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ​ໄດ້​ຮັບ​ການ​ແນະນຳ, ປຶກສາ​ຫາລື​ຈາກ​ບັນດາຜູ້​ແທນ. ບັນດາ​ນັກ​ຄົ້ນ​ຄ້ວາ​ມາ​ຈາກ​ວິ​ທະ​ຍາ​ຄານ​ກອງ​ທັບ​ເຮືອ​ໄດ້​ຢືນຢັນ​ວ່າ: ການ​ພັດທະນາ​ວັດທະນະທຳ​ຢູ່​ເມືອງ​ເກາະ ​ເຈ​ື່ອງຊາ ມີ​ຄວາມ​ໝາຍພິ​ເສດ, ​ແມ່ນ​ຈຸດໝາຍ, ກຳລັງ​ຫນູນ​ຂອງ​ພາລະກິດ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ ທະ​ເລ, ໝູ່​ເກາະ . ດຣ Tran Duc Anh Son ຮອງ​ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ພັດທະນາ​ເສດຖະກິດ​ສັງຄົມ ນະຄອນ Da Nang ​ໄດ້​ແນະນຳ​ເອກະສານ​ນັບ​ຮ້ອຍ​ສະບັບ​ຂອງ​ຝ່າຍ​ຕາ​ເວັນ​ຕົກທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ສຳລັບ​ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ດຣ Tran Duc Anh Son ​ໃຫ້​ຮູ້​ວ່າ:

                  “ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ວັດທະນະທຳ​ທະ​ເລ, ກ່ຽວ​ກັບ​ປະຫວັດສາດ, ວັດທະນະທຳ, ຊີວິດ​ການ​ເປັນ​ຢູ່ ​ແລະ ມະນຸດ ທັງ​ໝົດ​ແມ່ນ​ພິສູດ​ໃຫ້​ເຫັນ​ວ່າຊາວ​ຫວຽດນາມ​ໄດ້​ມີ​ການ​ສະຫນິດ​ຕິ​ດພັນ​ຢ່າງ​ແຫນ້ນ​ແຟ້ນກັບ ຮ່ວາ​ງຊາ ​ແລະ ​ເຈື່ອງ​ຊາ ມາ​ແຕ່​ດົນ​ນານ​ແລ້ວ. ສິ່ງ​ດັ່ງກ່າວ​ຢືນຢັນ​ວ່າ: ຊາວ​ຫວຽດນາມ ບໍ່​ພຽງ​ແຕ່​ຂຸດ​ຄົ້ນ​ເທົ່າ​ນັ້ນ ຫາກ​ຍັງ​ປະຕິ​ບັດ ​ແລະ ດຳລົງ​ຊີວິດ​, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຢູ່​ໝູ່​ເກາະນີ້​ມາ​ແຕ່​ດົນ​ນານ​ແລ້ວ.”


ຂ່າວ/ບົດ​ອື່ນ